ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ທີ່ ຫວຽດ​ນາມ ຍາດ​ໄດ້​ແຊັມ ​ສະ​ໜຸກ​ເກີດ - ບີ​ລຽດ​ໂລກ ປະ​ເພ​ດ​​ທິມ

(VOVWORLD) -  ພຽງແຕ່ໃນ 1 ປີຜ່ານມາ, ປະເພດກິລາສະໜຸກເກີ - ບີລຽດ carom 3 cushion ຫວຽດນາມ ກໍ່ຍາດໄດ້ 4 ລາງວັນລະດັບໂລກ.
ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ທີ່ ຫວຽດ​ນາມ ຍາດ​ໄດ້​ແຊັມ ​ສະ​ໜຸກ​ເກີດ - ບີ​ລຽດ​ໂລກ ປະ​ເພ​ດ​​ທິມ - ảnh 1ນັກກິລາ ເຈິ່ນກວຽດຕຽນ ແລະ ບາວເຟືອງວິງ, ເຊິ່ງເປັນນັກກິລາ 2 ຄົນໃນທິມຊາດສະໜຸກເກີ - ບີລຽດ ຫວຽດນາມ

ຕອນເຊົ້າວັນທີ 25 ມີນາ, ຢູ່ Viersen (ເຢຍລະມັນ), ນັກກິລາ ເຈິ່ນກວຽດຕຽນ ແລະ ບາວເຟືອງວິງ, ເຊິ່ງເປັນນັກກິລາ 2 ຄົນໃນທິມຊາດສະໜຸກເກີ - ບີລຽດ ຫວຽດນາມ, ໄດ້ເອົາຊະນະບັນດານັກກິລາ ແອັດສະປາຍ ດ້ວຍຄະແນນ 15 ຕໍ່ 14 ໃນການຕີ tie-break  ຮອບຊີງຊະນະເລີດ, ອັນໄດ້ຊ່ວຍໃຫ້ ຫວຽດນາມ ຍາດໄດ້ແຊັມໃນລາຍການ carom 3 cushion ຫຼີ້ນເປັນທິມລະດັບໂລກ, ເຊິ່ງເປັນຄັ້ງທຳອິດທີ່ຫວຽດນາມ ຍາດໄດ້ລາງວັນອັນສູງສົ່ງນີ້.

    ດ້ວຍນາມມະຍົດນີ້, ພຽງແຕ່ໃນ 1 ປີຜ່ານມາ, ປະເພດກິລາສະໜຸກເກີ - ບີລຽດ carom 3 cushion ຫວຽດນາມ ກໍ່ຍາດໄດ້ 4 ລາງວັນລະດັບໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ