ເປັນຄັ້ງປະຫວັດສາດປະທານາທິບໍດີອີຢິບຈະມາການຢ້ຽມຢາມຫວຽດນາມ

(VOVWORLD) -ຫ້ອງວ່າການທຳນຽບປະທານາທິບໍດີອີຢິບ ແຈ້ງໃຫ້ຊາບວ່າ, ທ່ານປະທານາທິບໍດີອີຢິບ Abdel Fattah El Sisi ຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນເດືອນ ກັນຍາ ຈະມາເຖິງ.

ເປັນຄັ້ງປະຫວັດສາດປະທານາທິບໍດີອີຢິບຈະມາການຢ້ຽມຢາມຫວຽດນາມ - ảnh 1ທ່ານປະທານາທິບໍດີອີຢິບ Abdel Fattah El Sisi

(ພາບປະກອບ: New York Daily News)

ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງຜູ້ນຳສູງສຸດຂອງລັດອີຢິບ ເຖິງຫວຽດນາມ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດປີ 1963. ຄາດວ່າ, ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ El Sisi ຈະມີບັນດາການເຈລະຈາກັບທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ, ພົບປະເຈລະຈາກັບທ່ານເລຂາທິການໃຫຍູ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ. ການຢ້ຽມຢາມຄັ້ງນີ້ຈະຊຸກຍູ້ການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງຫວຽດນາມ ແລະ ອີຢິບ ໃນທຸກຂົງເຂດ.

ຕອບກັບ

ຂ່າວ/ບົດ​ອື່ນ