ເປັນເຈົ້າການ, ຕັ້ງໜ້າເສີມຂະຫຍາຍສະພາບແວດລ້ອມຄວາມສະດວກໃຫ້ແກ່ການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) - ປີ 2017 ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາປີສຳເລັດຜົນທີ່ສຸດກ່ຽວກັບຕ່າງປະເທດ. 
 
ເປັນເຈົ້າການ, ຕັ້ງໜ້າເສີມຂະຫຍາຍສະພາບແວດລ້ອມຄວາມສະດວກໃຫ້ແກ່ການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ກ່າວຄຳເຫັນທີ່ກອງປະຊຸມ

ໃນວັນທີ 15 ມັງກອນ, ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານປະຈຳປີ 2017 ແລະ ກຳນົດທິດທາງ, ໜ້າທີ່ວຽກງານພົວພັນຕ່າງປະເທດໃນປີ 2018. ປີ 2017, ວຽກງານພົວພັນຕ່າງປະເທດຂອງພັກ ແລະ ລັດໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີປະສິດທິຜົນ, ມີການສົມທົບກັນຢ່າງແໜ້ນແຟ້ນຂອງທຸກເສົາຄ້ຳພົວພັນຕ່າງປະເທດຂອງພັກ, ການທູດແຫ່ງລັດ ແລະ ການທູດປະຊາຊົນ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ຮັບໃຊ້ໃຫ້ພັດທະນາ ແລະ ຍົກສູງຖານະບົດບາດຂອງປະເທດຊາດ. ປີ 2017 ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາປີສຳເລັດຜົນທີ່ສຸດກ່ຽວກັບຕ່າງປະເທດ. ພິເສດແມ່ນການຈັດຕັ້ງປີ APEC ຫວຽດນາມ 2017 ໃຫ້ສຳເລັດຜົນໄດ້ປະກອບສ່ວນຢືນຢັນພູມປັນຍາ, ຄຸນນະທາດຂອງການພົວພັນຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຊີ້ແຈ້ງວ່າ ໃນປີ 2018, ວຽກງານພົວພັນຕ່າງປະເທດຄວນສືບຕໍ່ໃກ້ຊິດຕິດແທດກັບບັນດາໜ້າທີ່ພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ພ້ອມກັນນັ້ນຄວນເຊີດຊູນ້ຳໃຈເປັນເຈົ້າການ, ມີຫົວຄິດປະດິດສ້າງເພື່ອແນໃສ່ຍົກສູງປະສິດທິຜົນບັນດາການເຄື່ອນໄຫວພົວພັນຕ່າງປະເທດກວ່າອີກ. ໃນນັ້ນ, ໜ້າທີ່ກວມລວມ ແລະ ສຳຄັນທີ່ສຸດແມ່ນສືບຕໍ່ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ດຶງດູດບັນດາແຫຼ່ງກຳລັງພາຍນອກໃຫ້ດີກວ່າອີກເພື່ອຮັບໃຊ້ການພັດທະນາແບບຍືນຍົງ, ປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຢ່າງໝັ້ນຄົງ, ຍົກສູງທ່ວງທ່າ ແລະ ກຳລັງແຮງຂອງປະເທດກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ