ເປັນເຈົ້າການປ່ຽນໃໝ່, ຜ່ານຜ່າຄວາມຫຍຸ້ງຍາກເພື່ອນຳປະເທດຊາດພັດທະນາແບບຍືນຍົງ

ເປັນເຈົ້າການປ່ຽນໃໝ່, ຜ່ານຜ່າຄວາມຫຍຸ້ງຍາກເພື່ອນຳປະເທດຊາດພັດທະນາແບບຍືນຍົງ - ảnh 1
ການ​ໂອ້​ລົມ​ສົນທະນາ ຄົ້ນ​ຄວ້າ​ກ່ຽວ​ກັບ “​ຈຸດ​ຕິດ​ຂັດ​ໃນ​ການ​ເຕີບ​ໂຕ
​ແລະ ​ແຜນ​ທີ່​ກຳລັງ​ຄວາມ​ສາມາດການ​ຜະລິດ​ຂອງ ຫວຽດນາມ”

(vovworld) - ຕອນ​ເຊົ້າ​ວັນ​ທີ 13/12 ຢູ່​ຮ່າ​ໂນ້ຍ, ຄະນະ​ເສດຖະກິດ​ສູນ​ກາງ​ໄດ້​ຈັດ​ຕັ້ງການ​ໂອ້​ລົມ​ສົນທະນາ ຄົ້ນ​ຄວ້າ​ກ່ຽວ​ກັບ “​ຈຸດ​ຕິດ​ຂັດ​ໃນ​ການ​ເຕີບ​ໂຕ ​ແລະ ​ແຜນ​ທີ່​ກຳລັງ​ຄວາມ​ສາມາດການ​ຜະລິດ​ຂອງ ຫວຽດນາມ”. ຕາມ​ໝາກຜົນ​ການ​ຄົ້ນຄວ້າ, ຈຸດ​ຕິດ​ຂັດ​ໃນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ ຫວຽດນາມ ລວມມີ 3 ໝວດ​ຕົ້ນຕໍ, ນັ້ນ​ແມ່ນ: ​ໃນ​ໄລຍະ​ສັ້ນ ກົງຈັກ​ບໍລິຫານ​ເຄື່ອນ​ໄຫວ​ຍັງ​ບໍ່​ທັນ​ບັນລຸ​ປະສິດທິ​ຜົນ​ສູງ​ສຸດ; ​ໃນ​ໄລຍະ​ກາງ ລວມມີ​ຄວາມ​ສ່ຽງ​ດ້ານ​ເສດຖະກິດ​ມະ​ຫາ​ພາກ ​ແລະ ຄວາມ​ສ່ຽງ​ລະບອບ​ລະບຽບ​ການ​ດ້ານ​ເສດຖະກິດຈຸ​ລະ​ພາກ; ​ໃນ​ໄລຍະ​ຍາວ​​ແມ່ນ​ໂຄງ​ປະກອບ​ພື້ນຖານ​ໂຄງ​ລ່າງ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ. ທ່ານ ກາວ​ດຶກ​ຟາດ ຮອງ​ຫົວ​ໜ້າ​ຜູ້​ປະຈຳການ​ຄະນະ​ເສດຖະກິດ​ສູນ​ກາງ​ໃຫ້​ຮູ້​ວ່າ:

        “​ໃນ​ປະຈຸ​ບັນ ຫວຽດນາມ ຍັງ​ຄົງ​ປະຕິບັດຕາມ​ຮູບ​ແບບ​ການ​ເຕີບ​ໂຕ​ຕົ້ນ​ຕໍ​ແມ່ນ​ອີງ​ໃສ່​ການ​ຂຸດ​ຄົ້ນ​ຊັບພະຍາກອນ, ​ເງິນ​ລົງທຶນ, ຄ່າ​ແຮງ​ງານ​ຖືກ​​ໂດຍ​ພື້ນຖານ. ຍັງ​ບໍ່​ທັນ​ອີງ​ໃສ່​ການ​​ເພີ່ມ​ສະມັດ​ຕະພາບ​ແຮງ​ງານ, ໝູນໃຊ້​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ, ປ່ຽນ​​ໃໝ່​ການຈັດ​ຕັ້ງ​ໃນ​ການ​ຄຸ້ມ​ຄອງ ການ​ຜະລິດ​ທຸລະ​ກິດ…ລະດັບ​ເຕີບ​ໂຕ​ເສດຖະກິດ​ພວມ​ມີ​ທ່າ​ອ່ຽງຊັກ​ຊ້າ ​ແລະ ຄຸນ​ນະພາ​ບ​ເຕີບ​ໂຕ​ຕ່ຳ. ຕໍ່ໜ້າ​ສະພາບ​ການ​ນັ້ນ ຫວຽດນາມ ມີ​​ແຜນ​ນະ​ໂຍບາຍ​ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່​ຢ່າງ​ແຮງ, ມີ​ການ​ກະທຳ​ຢ່າງ​ຂ້ຽວຂາດ, ຂະຫຍັນ​ຂັນ​ເຄື່ອນ, ມີຫົວຄິດ​ປະດິດ​ສ້າງ, ຍາດ​ແຍ່ງ​ກາລະ​ໂອກາດ, ສິ່ງ​ສະດວກ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ເພື່ອ​ນຳ​ປະ​ເທດ​ຊາດ​ພັດທະນາ​ໄວ ​ແລະ ຍືນ​ຍົງ.

 

ຂ່າວ/ບົດ​ອື່ນ