ເປັນເຈົ້າການສະກັດກັ້ນໄຟສໍ້ລາດບັງຫຼວງໃນການເຄື່ອນໄຫວຍຸຕິທຳ

ເປັນເຈົ້າການສະກັດກັ້ນໄຟສໍ້ລາດບັງຫຼວງໃນການເຄື່ອນໄຫວຍຸຕິທຳ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການພັກສາ​ນປະຊາຊົນ​ສູງ​ສຸດ
(ພາບ: VGP/Lê Sơn)

(vovworld) – ຕອນ​ເຊົ້າ​ວັນ​ທີ 31/7, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການພັກສາ​ນປະຊາຊົນ​ສູງ​ສຸດ​ກ່ຽວ​ກັບ​ເລື່ອງ​ປະຕິບັດມະຕິ​ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ຍຸດ​ທະ​ສາດ​ປັບປຸງ​ຍຸຕິ​ທຳ​ຮອດ​ປີ 2020. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ມະຕິ​ໄດ້​ປະກອບ​ສ່ວນ​ຍົກ​ສູງ​ສະຕິ​ຄວາມ​ຮູ້​ຂອງ​ພະນັກງານ, ລັດຖະກອນ​ທີ່​ມີ​ຕໍ່​ບັນດາ​ໜ້າ​ທີ່​ປະຕິ​ດ້ານຮູບ​ຍຸຕິ​ທຳ, ພິ​ເສດ​ແມ່ນ​ໜ້າ​ທີ່​ກ່ຽວຂ້ອງ​​ໂດຍ​ກົງເຖິງການຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຂອງ​ຂະ​ແໜງສານປະຊາຊົນ, ພ້ອມ​ທັງ​ຍົກ​ສູງ​ຄຸນ​ນະພາ​ບການ​ພິພາກ​ສາ, ຍົກ​ສູງ​ຄຸນ​ນະພາບການ​ໂຕ້​ຄວາມຢູ່ສານ. ພາຍຫຼັງ​ໄຈ້​ແຍກ​ບັນດາ​ຂໍ້​ຈຳ​ກັດ, ອ່ອນ​ດ້ອຍ​ຂອງ​ຂະ​ແໜງ​ສານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ:

“ພະນັກງານ​ສານ​ປະຊາຊົນ​ສູງ​ສຸດ​ຄວນ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ສົມທົບ​ກັບ​ຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນ​ປະກອບ​ຄຳ​ເຫັນ​ຢ່າງຮອບດ້ານ​ເຂົ້າ​ໃນ​ຮ່າງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ພິ​ເສດ​ແມ່ນ​ກະກຽມ​ເນື້ອ​ໃນ​ພາກ​ກ່ຽວ​ກັບ​ສານ​ໃນ​ຮ່າງ​ລັດຖະທຳ​ມະນູນ​ໃຫ້​ດີ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ສ້າງ​ລະບົບ​ຍຸຕິ​ທຳ​ປອດ​ໃສ, ໝັ້ນຄົງ​ເຂັມ​ແຂງ ຮັບ​ໃຊ້​ໃຫ້​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຢ່າງ​ຕັ້ງໜ້າ. ພ້ອມ​ທັງ, ຄວນ​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​ສ້າງ​ກົດໝາຍ​ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເຄື່ອນ​ໄຫວ​ຍຸຕິ​ທຳ ​ເພື່ອ​ເຮັດ​ແນ​ວ​ໃດ​ໃຫ້​ສ້າງ​ກົນ​ໄກ​​ໃຫ້​ໂປ່​ງ​ໃສ, ກວດກາ​, ຕິດຕາມ​ກວດກາ ອົງການ​ດຳ​ເນີນ​ຄະດີ​ດ້ວຍ​ຖານະ​ເປັນ​ໃຈກາງ. ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ການ​ກວດກາ, ຕິດຕາມ​ກວດກາ​ເພື່ອ​ສະກັດ​ກັ້ນ​ບັນດາ​ສິ່ງ​ຫຍໍ້​ທໍ້​ເກີດ​ຂຶ້ນຢ່າງ​ທັນ​ການ.”

ຂ່າວ/ບົດ​ອື່ນ