ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ພາ​ຍຸ Etau ແລະ Vamco ຕາມ​ທິດ​ນຳ “ 4 ຢູ່ກັບ​ທີ່”

(VOVWORLD) -ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດທຳມະຊາດ ແລະ ກູ້ໄພກູ້ຊີບ ສືບຕໍ່ສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງຄື ຕຳຫຼວດ, ຈະລາຈອນ, ບັນດາທ້ອງຖິ່ນ… ກຽມພ້ອມກຳລັງ, ຍານພາຫະນະກູ້ໄພກູ້ຊີບ ເພື່ອແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໄດ້ຢ່າງທັນການ.
ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ພາ​ຍຸ Etau ແລະ Vamco ຕາມ​ທິດ​ນຳ “ 4 ຢູ່ກັບ​ທີ່” - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 

ກ່າວຄຳເຫັນໃນກອງປະຊຸມຮັບມືກັບພາຍຸ Etau (ພາຍຸລູກທີ 12) ແລະ Vamco (ພາຍຸລູກທີ 13), ຕອນເຊົ້າວັນທີ 10 ພະຈິກ ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ, ຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດທຳມະຊາດ ແລະ ກູ້ໄພກູ້ຊີບ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆທີ່ຖືກຜົນສະທ້ອນຈາກພາຍຸດັ່ງກ່າວ ສືບຕໍ່ສົມທົບກັບ ກົມໃຫຍ່ສິນໃນນ້ຳ, ບັນດາແຂວງ, ນະຄອນ ຢ່າງແໜ້ນແຟ້ນ ເພື່ອຄຸ້ມຄອງເຮືອ, ກ່ຳປັ່ນຢູ່ສະຖານທີ່ປອດໄພ ເມື່ອພາຍຸ Etau ພັດຖະຫຼົ່ມ. ຄະນະກຳມະການແຫ່ງຊາດກ່ຽວກັບການຮັບມືກັບໄພພິບັດທຳມະຊາດ ແລະ ກູ້ໄພກູ້ຊີບ ສືບຕໍ່ສົມທົບກັບບັນດາກຳລັງທີ່ກ່ຽວຂ້ອງຄື ຕຳຫຼວດ, ຈະລາຈອນ, ບັນດາທ້ອງຖິ່ນ… ກຽມພ້ອມກຳລັງ, ຍານພາຫະນະກູ້ໄພກູ້ຊີບ ເພື່ອແກ້ໄຂບັນດາກໍລະນີທີ່ເກີດຂຶ້ນໄດ້ຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ