ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ທາງ​ດ້າ​ນ​ຊີ​ວິດ​ອິນ​ຊີ​ຂອງ​ປະ​ຊາ​ຊົນ, ຈຳ​ກັດ​ຜົນ​ຮ້າຍ​ຢ້ອນຫຼັງ​ໂດຍ ພາ​ຍຸ Yagi ກໍ່​ຂຶ້ນ

(VOVWORLD) - ຕ້ອງຍົກອອກບັນດາກໍລະນີ ເພື່ອຈຳກັດຄວາມສ່ຽງ ກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ, ພື້ນຖານໂຄງລ່າງ: ຕົວເມືອງ, ເຂດອຸດສາຫະກຳ, ໂທລະຄົມມະນາຄົມ, ໄຟຟ້າ, ການຜະລິດກະສິກຳ, ຄັນຄູທະເລ, ຄັນຄູແມ່ນ້ຳ.

ກ່າວຄຳເຫັນທີ່ກອງປະຊຸມແບບທາງໄກທີ່ໄດ້ດຳເນີນໃນຕອນບ່າຍວັນທີ 4 ກັນຍາ, ຢູ່ຮ່າໂນ້ຍ, ກ່ຽວກັບວຽກງານຮັບມືກັບພາຍຸ Yagi, ດ້ວຍການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ 11 ແຂວງ, ນະຄອນຢູ່ເຂດທົ່ງພຽງແມ່ນ້ຳແດງ, ທ່ານ ເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ ພາຍຸ Yagi ອາດຈະ ມີລະດັບແຮງຂຶ້ນກາຍເປັນພາຍຸໃຫຍ່ ກ່ອນທີ່ຈະພັດເຂົ້າຫວຽດນາມ ໃນຊຸມມື້ຈະມາເຖິງ. ດ້ວຍຂອບເຂດຖືກຜົນສະທ້ອນເປັນວົງກວ້າງຢູ່ເຂດທະເລ, ແຄມທະເລ, ເຂດທົ່ງພຽງ ແລະ ເຂດພູສູງ, ເພາະສະນັ້ນ ເມື່ອພັດເຂົ້າດິນຕໍ່ແຜ່ນຫວຽດນາມ ອາດຈະພັດເຂົ້າບັນດາແຂວງແຕ່ ກ໋ວາງນິງຮອດແທັງຮວາ. ທ່ານ ລັດຖະມົນຕີ ເລມິງຮວານ ສະເໜີວ່າ:

ນັບແຕ່ຕອນນີ້, ພວກເຮົາຕ້ອງເປັນເຈົ້າການຍ້ອນວ່າ ຍັງເຫຼືອເວລາບໍ່ຫຼາຍປານໃດ. ຕ້ອງຍົກອອກບັນດາກໍລະນີ ເພື່ອຈຳກັດຄວາມສ່ຽງ ກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ, ພື້ນຖານໂຄງລ່າງ: ຕົວເມືອງ, ເຂດອຸດສາຫະກຳ, ໂທລະຄົມມະນາຄົມ, ໄຟຟ້າ, ການຜະລິດກະສິກຳ, ຄັນຄູທະເລ, ຄັນຄູແມ່ນ້ຳ. ຍົກຍ້າຍພໍ່ແມ່ປະຊາຊົນໄປເຖິງບ່ອນປອດໄພເມື່ອມີຄວາມຈຳເປັນ, ເປັນຕົ້ນແມ່ນແຂກທ່ອງທ່ຽວ ຢູ່ເກາະແຫ່ງຕ່າງໆ, ຊາວປະມົງປູກລ້ຽງສິນໃນນ້ຳຢູ່ແຄມທະເລ. ອີງຕາມສະພາບການຕົວຈິງຂອງທ້ອງຖິ່ນ ປະຕິບັດຄຳຫ້າມເດີນທາງຢູ່ທະເລ, ຢຸດຕິຊົ່ວຄາວບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການເຕົ້າໂຮມຫຼາຍຄົນຄື: ຕະຫຼາດ, ຈັດຕາຕະລາງໃຫ້ນັກຮຽນພັກ.

ຕອບກັບ

ຂ່າວ/ບົດ​ອື່ນ