ເປັນເຈົ້າການໃນການເປັນເສນາທິການບັນດາແຜນນະໂຍບາຍກ່ຽວກັບວຽກງານການເມືອງພາຍໃນ

ເປັນເຈົ້າການໃນການເປັນເສນາທິການບັນດາແຜນນະໂຍບາຍກ່ຽວກັບວຽກງານການເມືອງພາຍໃນ - ảnh 1
(ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ໃນ​ປີ 2014,
​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2015)


(vovworld) - ວັນ​ທີ 21/1 ຢູ່​ຮ່າ​ໂນ້ຍ, ຄະນະ​ວຽກ​ງານ​ການ​ເມືອງພາຍ​ໃນ​ສູນ​ກາງ ​ໄດ້​ຈັດກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ໃນ​ປີ 2014, ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2015. ບົດ​ລາຍ​ງານ ​ແລະ ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຊີ້​ແຈ້ງວ່າ: ປີ 2014 ​ແມ່ນ​ປີ​ທີ 2 ທີ່​ອົງການ​ປະຈຳການ​ຂອງ​ຄະນະ​ຊີ້​ນຳ​ສູນ​ກາງກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ເຄື່ອນ​ໄຫວ​ໃນ​ສະພາບ​ທີ່ການສໍ້​ລາດ​ບັງ​ຫຼວງ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ​ແຕ່ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ພັກ, ລັດ, ທັງ​ລະບົບ​ການ​ເມືອງ, ສື່ສານ ​ແລະ ບົດບາດ, ຄວາມ​ຮັບຜິດຊອບ​ຂອງ​ຄະນະ​ຊີ້​ນຳ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຂອງ​ຄະນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ​ສູນ​ກາງ, ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ​ໃນ​ບາງ​ຂົງ​ເຂດ: ກໍ່ສ້າງ ​ແລະ ປັບປຸງ​ລະບອບ, ​ໂຄສະນາ ​ແລະ ສຶກສາ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; … ບັນດາ​ອົງການ​ກວດກາ, ກວດສອບ​ບັນຊີ, ສືບສວນ, ຟ້ອງ​ສານ, ພິພາກສາ, ປະຕິບັດ​ຄຳ​ຕັດສິນ​ຂອງ​ສານໄດ້​ຕັ້ງໜ້າ​ເປັນ​ເຈົ້າ​ການ ​ແລະ ​ເດັດ​ດຽວ​ກວ່າ​ໃນ​ການ​ຄົ້ນ​ພົບ, ລົງ​ໂທດບັນດາກໍລະນີ​ສໍ້​ລາດ​ບັງ​ຫຼວງ. ກອງ​ປະຊຸມ​ກຳນົດ​ວ່າ, ປີ 2015 ​ແມ່ນ​ປີ​ສຸດ​ທ້າຍ​ຂອງ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີ (2011-2015); ​ແມ່ນ​ປີ​ດຳ​ເນີນ​ຫຼາຍ​ເຫດການ​ສຳຄັນ​ຂອງ​ປະ​ເທດ; ພິ​ເສດ​ແມ່ນ​ປີ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ. ຕາມ​ນັ້ນ​ແລ້ວ, ວຽກ​ງານ​ການ​ເມືອງ​ພາຍ​ໃນ ​ແລະ ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕ້ອງ​ມຸ່ງ​ໄປ​ເຖິງ​ການ​​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ໄລຍະ 5 ປີຢ່າງ​ມີ​ໄຊ; ຮັກສາ​ຄວາມ​ໝັ້ນຄົງ, ການ​ເມືອງ​; ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຮັບ​ໃຊ້​ວຽກ​ງານ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ​ໃຫ້​ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ