ເປັນເອກະພາບກັນກ່ຽວກັບເນື້ອໃນຍື່ນສະເໜີຕໍ່ກອງປະຊຸມສຸດຍອກ ອາຊຽນ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ

(VOVWORLD) -  ທີ່ກອງປະຊຸມສະມັດຊາປະຊາຄົມເສດຖະກິດ ອາຊຽນ ຄັ້ງທີ 19 ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບບົດລາຍງານກວດກາກາງສະໄໝເບື້ອງຕົ້ນກ່ຽວກັບການປະຕິບັດແຜນການສັງລວມສ້າງປະຊາຄົມເສດຖະກິດອາຊຽນ ຮອດປີ 2025.
ເປັນເອກະພາບກັນກ່ຽວກັບເນື້ອໃນຍື່ນສະເໜີຕໍ່ກອງປະຊຸມສຸດຍອກ ອາຊຽນ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ. ພາບ: VGP

  ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນລະຫວ່າງວັນທີ 12 – 15 ພະຈິກ, ວັນທີ 10 ພະຈິກ, ໄດ້ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ, ກອງປະຊຸມສະມັດຊາປະຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ (APSC) ຄັ້ງທີ 22, ສະມັດຊາປະສານງານ ອາຊຽນ (ACC) ຄັ້ງທີ 28, ກອງປະຊຸມສະມັດຊາປະຊາຄົມເສດຖະກິດ ອາຊຽນ ຄັ້ງທີ 19 ແລະ ພິທີເຊັນເອກະສານເຂົ້າເປັນສະມາຊິກສົນທິສັນຍາເປັນມິດ ແລະ ຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC). ບັນດາກອງປະຊຸມດັ່ງກ່າວດຳເນີນຕາມຮູບການທາງອອນລາຍ ແລະ ພາຍໃຕ້ການບໍລິຫານຂອງ ຫວຽດນາມ, ປະທານ ອາຊຽນ 2020.

        ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ (AMM), ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ຕີລາຄາໃນສະພາບທີ່ເຕັມໄປດ້ວຍສິ່ງທ້າທາຍ, ຄວາມຫຍຸ້ງຍາກ ແລະ ຂາດສະຖຽນລະພາບຍ້ອນໂລກລະບາດໂຄວິດ-19, ການແກ່ງແຍ້ງລະຫວ່າງບັນດາປະເທດມະຫາອຳນາດຍຸດທະສາດ ພ້ອມກັບບັນດາບັນຫາຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ອາຊຽນ ຍັງປະສົບຜົນສຳເລັດໃນການສ້າງປະຊາຄົມ, ສືບຕໍ່ຢັ້ງຢືນບົດບາດເປັນໃຈກາງໃນໂຄງປະກອບພາກພື້ນ.

        ກ່ຽວກັບທະເລຕາເວັນອອກ, ບັນດາລັດຖະມົນຕີການຕ່າງປະເທດ ໄດ້ຮຽກຮ້ອງປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ຄອງຄອຍ ອາຊຽນ ແລະ ຈີນ ສ້າງສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີປະສິດທິພາບ ແລະ ປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ, ສົນທິສັນຍາວ່າດ້ວຍກົດໝາຍທະເລ 1982 (UNCOLS).

ເປັນເອກະພາບກັນກ່ຽວກັບເນື້ອໃນຍື່ນສະເໜີຕໍ່ກອງປະຊຸມສຸດຍອກ ອາຊຽນ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ - ảnh 2 ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ (ພາບ: BNEWS/TTXVN)

        ທີ່ກອງປະຊຸມສະມັດຊາປະຊາຄົມເສດຖະກິດ ອາຊຽນ ຄັ້ງທີ 19 ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບບົດລາຍງານກວດກາກາງສະໄໝເບື້ອງຕົ້ນກ່ຽວກັບການປະຕິບັດແຜນການສັງລວມສ້າງປະຊາຄົມເສດຖະກິດອາຊຽນ ຮອດປີ 2025. ທີ່ກອງປະຊຸມ ບັນດາລັດຖະມົນຕີໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການແກ້ໄຂບັນດາມາດຕະການບໍ່ເກັບພາສີສຳລັບສິນຄ້າຈຳເປັນ ເພື່ອຮັບມືກັບໂຄວິດ-19. ສິ້ນສຸດກອງປະຊຸມ, ບັນດາຜູ້ແທນໄດ້ຮັບຮອງເອົາບົດລາຍງານຂອງສະມັດຊາປະຊາຄົມເສດຖະກິດ ອາຊຽນ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ອາຊຽນ 37.

        ແລະກໍ່ໃນວັນດຽວກັນ, ໄດ້ດຳເນີນກອງປະຊຸມສະມັດຊາປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ (APSC) ຄັ້ງທີ 22, ສະມັດຊາປະສານງານ ອາຊຽນ (ACC) ຄັ້ງທີ 28.

ຕອບກັບ

ຂ່າວ/ບົດ​ອື່ນ