ເປ​ຣູ ກາຍ​ເປັນ​ປະ​ເທດ​ທີ 8 ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ CPTPP

(VOVWORLD) -   ວັນທີ 21 ກໍລະກົດ, ສະພາແຫ່ງຊາດ ເປຣູ ໄດ້ຮັບຮອງເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ. 
ເປ​ຣູ ກາຍ​ເປັນ​ປະ​ເທດ​ທີ 8 ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ CPTPP - ảnh 1ທ່ານປະທານາທິບໍດີ ເປຣູ Francisco Sagasti ເຊັນອະນຸມັດຜ່ານສັນຍາ CPTPP (ພາບ: andina.pe)

 ວັນທີ 21 ກໍລະກົດ, ສະພາແຫ່ງຊາດ ເປຣູ ໄດ້ຮັບຮອງເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ ດ້ວຍຈຳນວນບັດສະໜັບສະໜູນ ແມ່ນ 97 ບັດ.   ຜ່ານນັ້ນ ກໍນຳປະເທດ ອາເມລິກາໃຕ້ນີ້ ກາຍເປັນປະເທດທີ 8 ທີ່ໃຫ້ສັດຕະຍາບັນເອກະສານສະບັບດັ່ງກ່າວ ເພື່ອແນໃສ່ສ້າງພື້ນຖານນິຕິກຳແກ່ການເປີດກວ້າງບັນດາຂໍ້ຕົກລົງຮ່ວມມືກັບບັນດາສະມາຊິກອື່ນຢູ່ພາກພື້ນ ອາຊີ - ປາຊີຟິກ.

        ທ່ານລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະ ການທ່ອງທ່ຽວ ເປຣູ Claudia Cornejo ຕີລາຄາວ່າ ການໃຫ້ສັດຕະຍາບັນສັນຍາສະບັບນີ້ ແມ່ນມີຄວາມໝາຍຍຸດທະສາດ, ອະນຸຍາດໃຫ້ບັນດາວິສາຫະກິດຂອງປະເທດນີ້ ໄດ້ສຳຜັດກັບຕະຫຼາດຂອງ 11 ປະເທດສະມາຊິກ ທີ່ເຂົ້າຮ່ວມການລົງນາມໃນສັນຍາ CPTPP ດ້ວຍຈຳນວນປະຊາກອນທັງໝົດກວ່າ 500 ລ້ານຄົນ, ກວມເອົາ 1.5% ຍອດວົງເງິນການຄ້າທົ່ວໂລກ.

                                                                                             


ຕອບກັບ

ຂ່າວ/ບົດ​ອື່ນ