ເປຣູ ປະກາດສະພາວະສຸກເສີນຢູ່ນະຄອນຫຼວງ Lima

(VOVWORLD) - ເປຣູ ພວມຕ້ອງຜ່ານວິກິດການດ້ານການເມືອງ - ສັງຄົມທີ່ຮ້າຍແຮງ ພາຍຫຼັງທີ່ທ່ານປະທານາທິບໍດີ Pedro Castillo ປະກາດຍຸບເລີກສະພາແຫ່ງຊາດໂດຍບໍ່ຄາດຄິດ...
ເປຣູ ປະກາດສະພາວະສຸກເສີນຢູ່ນະຄອນຫຼວງ Lima - ảnh 1ຕຳຫຼວດຢູ່ Cusco, Peru ໃນວັນທີ 11 ມັງກອນ
(ພາບ:AFP)


ວັນທີ 15 ມັງກອນ, ລັດຖະບານ ປາຣູ ໄດ້ປະກາດສະພາວະສຸກເສີນຢູ່ນະຄອນຫຼວງ Lima ແລະ ບາງເຂດແຄ້ວນອື່ນໆ ຍ້ອນບັນດາການແຫ່ຂະບວນປະທ້ວງທີ່ເກີດຂຶ້ນໃນ 2 – 3 ອາທິດມໍ່ໆມານີ້. ລັດຖະດຳລັດມີຜົນສັກສິດພາຍໃນ 30 ວັນ ໃນນັ້ນອະນຸຍາດໃຫ້ກອງທັບແຊກແຊງເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍຄວາມສະຫງົບ ແລະ ຈຳກັດການເຄື່ອນໄຫວໄປ ມາ, ເຕົ້າໂຮມກັນ.

        ເປຣູ ພວມຕ້ອງຜ່ານວິກິດການດ້ານການເມືອງ - ສັງຄົມທີ່ຮ້າຍແຮງ ພາຍຫຼັງທີ່ທ່ານປະທານາທິບໍດີ Pedro Castillo ປະກາດຍຸບເລີກສະພາແຫ່ງຊາດໂດຍບໍ່ຄາດຄິດ, ສ້າງຕັ້ງລັດຖະບານຮີບດ່ວນ ແລະ ຮຽກຮ້ອງຈັດການເລືອກຕັ້ງສະພາແຫ່ງຊາດຊຸດໃໝ່. ການກະທຳນີ້ປະເຊີນໜ້າກັບການຄັດຄ້ານຢ່າງແຮງຂອງສານລັດຖະທຳມະນູນ, ສານສູງສຸດກໍ່ຄືບັນດາສະມາຊິກສະພາແຫ່ງຊາດ ເປຣູ. ບັນດາຜູ້ຄັດຄ້ານຖືນີ້ແມ່ນການກະທຳ “ກໍ່ລັດຖະປະຫານ”. ວັນທີ 7 ທັນວາ 2022, ສະພາແຫ່ງຊາດ ເປຣູ ໄດ້ປ່ອນບັດປົດຕຳແໜ່ງທ່ານ Castillo. ແລະກໍ່ໃນວັນດຽວກັນ, ທ່ານນາງຮອງປະທານາທິບໍດີ Dina Boluarte ໄດ້ສາບານຕົວຮັບດຳລົງຕຳແໜ່ງເປັນປະທານາທິບໍດີຊົ່ວຄາວ, ກາຍເປັນປະທານາທິບໍດີຍິງຄົນທຳອິດໃນປະຫວັດສາດຂອງປະເທດ ອາເມລິກາ ໃຕ້ນີ້ ພາຍຫຼັງທ່ານ Pedro Castillo ຖືກຕຳຫຼວດຈັບຕົວໃນວັນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ