ເປົ້າໝາຍກໍ່ການຮ້າຍນັບສີບຄົນຖືກດັບສູນຢູ່ຊະອຸດີ ອາຣາເບຍ ແລະ ອາບການິດສະຖານ

(VOVWORLD) -ວັນທີ 15 ກໍລະກົດ, ກຳລັງປ້ອງກັນຄວາມສະຫງົບ ຊະອຸດີ ອາຣາເບຍ ແລະ ອາບການິດສະຖານ ແຈ້ງໃຫ້ຊາບວ່າ ໄດ້ດັບສູນເປົ້າໝາຍກໍ່ການຮ້າຍຫຼາຍຄົນ ໃນບັນດາບັ້ນກວາດລ້າງຢູ່ 2 ປະເທດນີ້.
ເປົ້າໝາຍກໍ່ການຮ້າຍນັບສີບຄົນຖືກດັບສູນຢູ່ຊະອຸດີ ອາຣາເບຍ ແລະ ອາບການິດສະຖານ - ảnh 1 (ພາບປະກອບ: EPA/TTXVN)

ຢູ່ ຊະອຸດີ ອາຣາເບຍ, ຕຳຫຼວດປະເທດນີ້ຫາກໍ່ດັບສູນພວກກໍ່ການຮ້າຍ 3 ຄົນ ຢູ່ເຂດ Qatif. ບັນດາເປົ້າໝາຍດັ່ງກ່າວລ້ວນແຕ່ກ່ຽວຂ້ອງເຖິງບັນດາອາດຊະຍາກຳກໍ່ການຮ້າຍແນໃສ່ສາມັນຊົນ ແລະ ບັນດາກຳລັງປ້ອງກັນຄວາມສະຫງົບ; ໃນນັ້ນມີຜູ້ໜຶ່ງ ນອນໃນບັນຊີລາຍຊື່ເປົ້າໝາຍກໍ່ການຮ້າຍ 9 ຄົນຖືກຕາມລ່າ. ໃນຂະນະນັ້ນ, ຢູ່ອາບການິດສະຖານ, ກະຊວງປ້ອງກັນປະເທດຂອງປະເທດນີ້ໃຫ້ຮູ້ວ່າ: ດ້ວຍການໜູນຊ່ວຍຂອງເຮືອບິນ, ກຳລັງປ້ອງກັນຄວາມສະຫງົບອາບການິດສະຖານ ໄດ້ດັບສູນພວກກະບົດ 77 ຄົນ, ໃນນັ້ນມີມືປືນ 17 ຄົນສັງກັດອົງການ IS ໃນຮອບເວລາ 24 ຊົ່ວໂມງຜ່ານມາ. ນອກນັ້ນ, ບັນດາກຳລັງນີ້ກໍ່ໄດ້ຈັບຕົວຫຼາຍເປົ້າໝາຍອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ