ເປົ້າໝາຍ​ທີ່​ກ່ຽວຂ້ອງ​ເຖິງ​​ເຊື້ອ​ພະຍາດ​ໂຄ​ວິດ - 19 ຢູ່​ດ່າໜັງ ​ແມ່ນ​ບໍ່​ປະ​ໃຫ້​ລອດ​ໄປ​ໄດ້

(VOVWORLD) -       ວັນທີ 01 ສິງຫາ, ກະຊວງສາທາລະນະສຸກ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍກ່ຽວກັບການ ຍົກສູງກໍາລັງຄວາມສາມາດດ້ານວິຊາສະເພາະໃຫ້ແກ່ບັນດາຮາກຖານກວດ ແລະ ປິ່ນປົວພະຍາດໃນວຽກງານຮັບ, ຄຸ້ມຄອງ ແລະ ປິ່ນປົວໃຫ້ແກ່ຄົນເຈັບທີ່ຕິດເຊື້ອໂຄວິດ - 19 ໂດຍມີການເຊື່ອມຕໍ່ກັບ 700 ສະຖານທີ່ຢູ່ 63 ແຂວງ, ນະຄອນ, ເມືອງ, ຕາແສງໃນທົ່ວປະເທດ.
ເປົ້າໝາຍ​ທີ່​ກ່ຽວຂ້ອງ​ເຖິງ​​ເຊື້ອ​ພະຍາດ​ໂຄ​ວິດ - 19 ຢູ່​ດ່າໜັງ ​ແມ່ນ​ບໍ່​ປະ​ໃຫ້​ລອດ​ໄປ​ໄດ້ - ảnh 1ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນແທັ່ງລອງ, ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ (ພາບ:TTXVN)

        ກ່າວຄໍາເຫັນໄຂກອງປະຊຸມ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນແທັ່ງລອງ, ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເມື່ອກວດພົບກໍລະນີຕິດເຊື້ອຄົນທໍາອິດຢູ່ດ່າໜັງ, ກະຊວງສາທາລະນະສຸກຫວຽດນາມ ໄດ້ຕີລາຄາວ່າ ສະພາບການໂລກລະບາດໂຄວິດ - 19 ຄັ້ງນີ້ແມ່ນມີຄວາມສັບສົນຫຼາຍກວ່າ, ຕ້ອງຮັບມືຕອບສະໜອງໃຫ້ໄວ ແລະ ຮີບດ່ວນກວ່າ. ຈຸດໃຈກາງຂອງໂລກລະບາດໃນຄັ້ງນີ້ແມ່ນຢູ່ໂຮງໝໍ 03 ແຫ່ງຂອງດ່າໜັງ, ຕົ້ນຕໍແມ່ນໂຮງໝໍດ່າໜັງ.

        ດ້ວຍຄວາມຕັດສິນໃຈສະກັດກັ້ນ ແລະ ຫຼຸດຜ່ອນກໍລະນີເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຢູ່ດ່າໜັງໃຫ້ຢູ່ໃນລະດັບຕໍ່າສຸດ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ມີການເຄື່ອນໄຫວຢ່າງຂ້ຽວຂາດ, ສ້າງຕັ້ງພາກສ່ວນປະຈໍາການພິເສດຂອງກະຊວງ ໄປປະຕິບັດງານຕັ້ງດ່ານສະກັດກັ້ນຢູ່ດ່າໜັງ ເພື່ອຊີ້ນໍາວຽກງານຕິດຕາມກວດກາ ແລະ ເຝົ້າລະວັງກ່ຽວກັບສະພາບການຂອງໂລກລະບາດໂຄວິດ - 19. ກະຊວງສາທາລະນະສຸກ ກໍໄດ້ຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆສ້າງບັນຊີລາຍຊື່, ຕິດຕາມກວດກາເຝົ້າລະວັງອາການສຸຂະພາບຂອງບັນດາເປົ້າໝາຍດ່ັງກ່າວ, ພ້ອມທັງສົ່ງຂໍ້ຄວາມຕັກເຕືອນ, ແນະນໍາໃຫ້ເຂົາເຈົ້າຕິດຕາມອາການສຸຂະພາບ, ຕິດຕໍ່ກັບອົງການສາທາລະນະສຸກທ້ອງຖິ່ນ ເພື່ອໄດ້ຮັບຄໍາປຶກສາ, ຕິດຕາມກວດກາ ແລະ ກວດ, ວິໄຈຫາເຊື້ອໂຄວິດ - 19 ໃນກໍລະນີທີ່ຈໍາເປັນ. 

ຕອບກັບ

ຂ່າວ/ບົດ​ອື່ນ