ເປົ້າໝາຍແຜນສັງລວມລະດັບຊາດຂອງ ຫວຽດນາມ ຕ້ອງກົມກຽວກັບເປົ້າໝາຍພັດທະນາ

(VOVWORLD) -ທ່ານ Danny Leipziger ໃຫ້ຮູ້ວ່າ ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຕົ້ນຕໍ 3 ຢ່າງເມື່ອ ຫວຽດນາມ ສ້າງແຜນຜັງສັງລວມລະດັບຊາດ
ເປົ້າໝາຍແຜນສັງລວມລະດັບຊາດຂອງ ຫວຽດນາມ ຕ້ອງກົມກຽວກັບເປົ້າໝາຍພັດທະນາ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຕ້ອນຮັບທ່ານສາດສະດາຈານ Danny Leipziger, ຜູ້ອຳນວຍການຝ່າຍບໍລິຫານເຈລະຈາການເຕີບໂຕຂອງທະນາຄານໂລກ
(ພາບ: quochoi.vn)

ຕອນບ່າຍວັນທີ 16 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ເຮັດວຽກກັບທ່ານສາດສະດາຈານ Danny Leipziger, ຜູ້ອຳນວຍການຝ່າຍບໍລິຫານເຈລະຈາການເຕີບໂຕຂອງທະນາຄານໂລກ (WB).

        ແລກປ່ຽນທີ່ການເຮັດວຽກທີ່ກ່ຽວຂ້ອງເຖິງການວາງແຜນຜັງສັງລວມລະດັບຊາດ, ທ່ານ Danny Leipziger ໃຫ້ຮູ້ວ່າ ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຕົ້ນຕໍ 3 ຢ່າງເມື່ອ ຫວຽດນາມ ສ້າງແຜນຜັງສັງລວມລະດັບຊາດ, ນັ້ນແມ່ນ: ຄວາມກົມກຽວ, ການຜູກມັດບັນດາແຜນຜັງ, ເອກະສານນິຕິກຳທີ່ກ່ຽວຂ້ອງ; ຮັບປະກັນດ້ານການເງິນ ແລະ ຜັນຂະຫຍາຍການປະຕິບັດ. ທ່ານກໍ່ຖືວ່າ ກ່ຽວກັບດ້ານພື້ນຖານແຜນຜັງສັງລວມລະດັບຊາດຂອງ ຫວຽດນາມ ແມ່ນສອດຄ່ອງກັບເປົ້າໝາຍພັດທະນາຮອດປີ 2045. ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ ຍັງມີວຽກງານຫຼາຍຢ່າງຕ້ອງເຮັດ ແລະ ໃນຂະບວນວິວັດການນັ້ນ, WB ພ້ອມແລ້ວທີ່ຈະເຮັດວຽກກັບສະພາແຫ່ງຊາດ ຫວຽດນາມ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຍົກອອກຂໍ້ສະເໜີແນະແກ້ໄຂບັນດາບັນຫາໃນວິວັດການສ້າງ ແລະ ຜັນຂະຫຍາຍປະຕິບັດແຜນຜັງດັ່ງກ່າວ.

        ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ເນັ້ນໜັກເຖິງການສ້າງ ແຜນຜັງສັງລວມລະດັບຊາດແມ່ນບັນຫາຫຍຸ້ງຍາກ ແລະ ສັບສົນ. ຍ້ອນເຫດນັ້ນ, ສະພາແຫ່ງຊາດ ຫວຽດນາມ ປາດຖະໜາວ່າ ໃນໄລຍະຈະມາເຖິງ 2 ຝ່າຍຈະສືບຕໍ່ແລກປ່ຽນ, ຮ່ວມມື, ເຮັດແຈ້ງບັນດາເນື້ອໃນເພື່ອໜູນຊ່ວຍ ຫວຽດນາມ ໃນວິວັດການສ້າງ ແຜນຜັງໃຫ້ສົມບູນແບບ.

ຕອບກັບ

ຂ່າວ/ບົດ​ອື່ນ