![ເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນຢູ່ເຂດຊາຍແດນຫວຽດນາມ-ລາວ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2013_09_18/hn.jpg)
ກອງປະຊຸມຝຶກອົບຮົມໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍຊາຍແດນ
ພາບ:internet
|
(vovworld)- ພາຍຫລັງກອງປະຊຸມຢູ່ແຂວງເທື່ອທຽນເຫວ້, ຕອນເຊົ້າວັນທີ 18/9 ຢູ່ ນະຄອນ ນາມກີ່, ແຂວງ ກວ໋າງນາມ, ຄະນະໂຄສະນາສຶກສາສູນກາງ ສົມທົບກັບກະຊວງການຕ່າງປະເທດ, ກະຊວງຖະແຫລງຂ່າວ ແລະ ສື່ສານ, ກະຊວງອຸດສາຫະກຳ ການຄ້າ, ກະຊວງປ້ອງກັນປະເທດ ແລະ ວິທະຍຸກະຈາຍສຽງ, ໂທລະພາບ ຫວຽດນາມ ຈັດຕັ້ງກອງປະຊຸມຝຶກອົບຮົມໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ເຈົ້າກົກເຈົ້າເຫລົ່າ, ນາຍບ້ານ, ຜູ້ມີອິດທິພົນ ເກືອບ 140 ຄົນ ຢູ່ ເຂດມີເສັ້ນຊາຍແດນຕິດກັບ ລາວ ຂຶ້ນກັບແຂວງ ກວ໋າງນາມ ແລະ ກອນຕູມ. ເມື່ອເວົ້າເຖິງຈຸດປະສົງຈັດຕັ້ງກອງປະຊຸມ, ທ່ານ ເຈືອງມີນຕວນ ຮອງຫົວຫນ້າຄະນະໂຄສະນາສຶກສາສູນກາງ, ກຳມະການຄະນະຊີ້ນຳກ່ຽວກັບການຂີດເສັ້ນປັກຫລັກໝາຍຊາຍແດນໃຫ້ຮູ້ວ່າ:
“ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຍົກສູງກຳລັງຄວາມສາມາດ, ນິຕິກຳເພື່ອໃຫ້ເຈົ້າກົກເຈົ້າເຫລົ່າ, ນາຍບ້ານ ກຳໄດ້ກົດໝາຍເພື່ອໂຄສະນາເຜີຍແຜ່ໃຫ້ວົງຕະຕຸນ, ວົງຄະນາຍາດຂອງຕົນ ກ່ຽວກັບບັນດາເນື້ອໃນພື້ນຖານຂອງກົດໝາຍວ່າດ້ວຍຊາຍແດນ.”