ເຝົ້າ​ລະ​ວັງ​ສະ​ພາບ​ການ​ຜັນ​ແປ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​​ເຄັ່ງ​ຄັດ

(VOVWORLD) -ຕອນເຊົ້າວັນທີ 7 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມຄະນະປະຈຳຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນໄລຍະນີ້.
ເຝົ້າ​ລະ​ວັງ​ສະ​ພາບ​ການ​ຜັນ​ແປ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​​ເຄັ່ງ​ຄັດ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ທີ່ກອງປະຊຸມ, ບັນດາສະມາຊິກຄະນະຊີ້ນຳແຫ່ງຊາດຖືວ່າ: ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ພາຍໃນປະເທດກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ແລະ ຈັດຕັ້ງຫຼາຍເຫດການສຳຄັນ. ສະນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຄວນສືບຕໍ່ຕິດຕາມສະພາບການຜັນແປຂອງໂລກລະບາດໂຄວິດ - 19, ບໍ່ປ່ຽນແປງມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ. ເພີ່ມທະວີມາດຕະການສະກັດກັ້ນການແຜ່ເຊື້ອຈາກຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ:

        “ສຳລັບຖ້ຽວບິນທີ່ມາຈາກຕ່າງປະເທດ, ທ່ານນາຍົກລັດຖະມົນຕີກໍໄດ້ຊີ້ນຳໃຫ້ຮັບປະກັນຄວາມປອດໄພ. ເພາະສະນັ້ນ, ກຳລັງກອງທັບ, ສາທາລະນະສຸກ, ການຄົມມະນາຄົມ, ກະຊວງການຕ່າງປະເທດ ຕ້ອງກວດຄືນກຳລັງຄວາມສາມາດໃນການແຍກຕົວຂອງສູນແຫ່ງຕ່າງໆ. ປະຕິບັດໃຫ້ຖືກຕ້ອງເນື້ອໃນຈິດໃຈຄຳຊີ້ນຳຂອງນາຍົກລັດຖະມົນຕີໃນໂອກາດໃກ້ຈະຮອດບຸນເຕັດນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ