ເພງພື້ນເມືອງວີ໋,ຢຳ້ເງ້ຕິ້ງຕ້ອນຮັບໃບຢັ້ງຢືນເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ

ເພງພື້ນເມືອງວີ໋,ຢຳ້ເງ້ຕິ້ງຕ້ອນຮັບໃບຢັ້ງຢືນເປັນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ - ảnh 1
ຜູ້ຕາງໜ້າUNESCOມອບໃບຢັ້ງຢືນທີ່ພິທີ
(ພາບ: N.Nguyên)

(vovworld) - ຕອນ​ຄຳ່​ວັນ​ທີ 31/1, ຢູ່​ນະຄອນ​ວິ​ງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ເງ້ອານ ​ແລະ ຮ່າ​ຕິ້ງ ຈັດ​ຕັ້ງ​ພິທີ​ເຊີດ​ຊູ​ເພງ​ພື້ນ​ເມືອງ​ວີ໋, ຢຳ້ ​ເງ້ຕິ້ງ ​ແລະ ຕ້ອນຮັບ​ໃບ​ຢັ້ງຢືນ​​ຂອງ UNESCO ທີ່​ຮັບຮອງ ເພງ​ພື້ນ​ເມືອງ​ວີ໋, ຢຳ້ ​ເງ້ຕິ້ງ​ ແມ່ນ​ມໍລະ​ດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ທີ່​ຕາງໜ້າ​ຂອງ​ມວນ​ມະນຸດ. ​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ​ມີ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ບັນດາ​ທ່ານ​ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ, ບັນດາ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ​ແລະ ບັນດາ ອະດີດ​ການ​ນຳ​ພັກ​ລັດ, ພ້ອມ​ກັບ​ປະຊາຊົນ​ທ້ອງ​ຖີ່​ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

        ​ວີ໋, ຢຳ້ ​​ແມ່ນ​ເພງ​ພື້ນ​ເມືອງ ​ໂດຍ​ຊາວ​ເງ້ຈິງ ປະດິດ​ແຕ່ງ​ກ່ອນ​ນີ້​ນັບ​ຮ້ອຍ​ຢີ, ​ເຊິ່ງ​ເຄີຍ​ໃຊ້​ໃນ​ການ​ອອກ​ແຮງ​ງານ ​ແລະ ​ໃນ​ຊີວິດ​ປະຈຳ​ວັນ.

        ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ຂອບ​ອົກ​ຂອບ​ໃຈ UNESCO, ບັນດາ​ອົງການ​ສາກົນ ​ໃຫ້ການ​ສະໜັບສະໜູນ​ເພື່ອ​ໃຫ້ ເພງ​ພື້ນ​ເມືອງ​ວີ໋, ຢຳ້ ​ເງ້ຕິ້ງ ​ໄດ້ຮັບ​ການ​ຮັບຮອງ​ວ່າ​ເປັນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຂອງ​ມວນ​ມະນຸດ.

        “ພວກ​ເຮົາ​ຈົ່ງ​ພ້ອມ​ກັນ​ອະນຸ​ລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ມໍລະດົກ​ອັນ​ລຳ້​ຄ່າ​ຂອງ​ມວນ​ມະນຸດ, ​ໃນ​ນັ້ນ​ມີ ເພງ​ພື້ນ​ເມືອງ​ວີ໋, ຢຳ້ ​ເງ້ຕິ້ງ, ​ເພື່ອ​ໃຫ້​ວັດທະນະທຳ​ຫວຽດນາມ​ເຈືອ​ຈານ​ພ້ອມ​ກັບ​ອະລິຍະ​ທຳ​ຂອງ​ມວນ​ມະນຸດ, ສ້າງ​ພື້ນຖານ​ດ້ານ​ຈິດ​ໃຈ ​ແລະ ກຳລັງ​ໜູນ​ແນ​ໃສ່​ກໍ່ສ້າງສຳ​ເລັດ, ​ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ສັງຄົມ​ນິຍົມຫວຽດນາມ​ ໄວ້​ຢ່າງ​ໝັ້ນຄົງ, ​ເພື່ອ​ໃຫ້​ປະຊາຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງຄົມ​ຍຸຕິ​ທຳ, ປະຊາທິປະ​ໄຕ ​ແລະ ສີວິ​ໄລ, ​ເພື່ອ​​ໃຫ້ພື້ນຖານ​ອະລິ​ຍະທຳຂອງ​ຫວຽດນາມ​​ໄດ້​ຮັບ​ການ​ສືບ​ທອດ​ຕະຫຼອດ​ໄປ “.

        ສ່ວນ​ທ່ານ​ນາງ Katherine Muller Martin, ຫົວໜ້າ​ຜູ້ຕາງໜ້າ​ຫ້ອງການ UNESCO ປະຈຳຮ່າ​ໂນ້ຍ ກໍ່​ຢືນຢັນ​ວ່າ, ເພງ​ພື້ນ​ເມືອງ​ວີ໋, ຢຳ້ ​ເງ້ຕິ້ງ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ສະມາຊິກ​ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ອະນຸລັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່ມີ​ຮູບ​ຮ່າງ. UNESCO ຫວັງ​ວ່າ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ແຂວງ​ເງ້ອານ, ຮ່າ​ຕິງ​ ຈະ​ມີ​ມາດ​ຕະການ​ຕ່າງໆ​ເພື່ອ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ຂອງເພງ​ພື້ນ​ເມືອງ​ວີ໋, ຢຳ້ ​ເງ້ຕິ້ງ, ກໍ່​ຄື​ປະຕິບັດ​ບັນດາ​ເນື້ອ​ໃນ​ລາຍການ​ດຳ​ເນີນ​ງານ​ແຫ່ງ​ຊາດ ​ເພື່ອ​​ເຮັດ​ໃຫ້​ມໍລະດົກ​ນັບ​ມື້​ນັບ​ພັດທະນາ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ