ເພີ່ມກຳລັງຄວາມສາມາດວິໄຈຫາເຊື້ອໂຄວິດ-19 ຂອງຫວຽດນາມ

(VOVWORLD) -ກະຊວງສາທາລະນະສຸກໄດ້ມີແຜນການປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ ກ່ຽວກັບການວິໄຈຫາເຊື້ອໂຄວິດໃຫ້ປະຊາຊົນຢູ່ທ້ອງຖິ່ນອື່ນໆທີ່ກັບມາຈາກ ດ່ານັ້ງ.
ເພີ່ມກຳລັງຄວາມສາມາດວິໄຈຫາເຊື້ອໂຄວິດ-19 ຂອງຫວຽດນາມ - ảnh 1 (ກຳລັງຄວາມສາມາດໃນການວິໄຈຫາເຊື້ອໂຄວິດ-19 ດ່ານັ້ງ ໄດ້ເພີ່ມຂຶ້ນເປັນຫຼາຍເທົ່າ)

ຕອນບ່າຍວັນທີ 30 ກໍລະກົດ, ທ່ານ ຫງວຽນແທັງລອງ, ວ່າການລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ກະຊວງສາທາລະນະສຸກໄດ້ມີແຜນການປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີ ກ່ຽວກັບການວິໄຈຫາເຊື້ອໂຄວິດໃຫ້ປະຊາຊົນຢູ່ທ້ອງຖິ່ນອື່ນໆທີ່ກັບມາຈາກ ດ່ານັ້ງ.

        ປະຈຸບັນ, ກຳລັງຄວາມສາມາດວິໄຈຫາເຊື້ອໂຄວິດ-19 ໃນທົ່ວປະເທດແມ່ນ 31.000 ຕົວຢ່າງ/ວັນ ແລະ ຈະສືບຕໍ່ເພີ່ມຂຶ້ນ. ກະຊວງສາທາລະນະສຸກ ກໍ່ຈັດສົ່ງບັນດາຫົວໜ່ວຍອື່ນເພື່ອໜູນຊ່ວຍດ່ານັ້ງ ຍົກສູງກຳລັງຄວາມສາມາດໃນການວິໄຈຫາເຊື້ອໂຄວິດຢູ່ນະຄອນນີ້ໃຫ້ໄດ້ 7.000 ຕົວຢ່າງ/ວັນ. ທ່ານ ຫງວຽນແທັງລອງ, ກ່າວວ່າ.

        “ໂຮງໝໍ ແບັກມາຍ ໄດ້ຈັດສົ່ງກຳລັງວິໄຈຫາເຊື້ອໂຄວິດໄປ ດ່ານັ້ງ ເພື່ອສ້າງຕັ້ງ 2 ຫ້ອງວິໄຈຢູ່ໂຮງໝໍຫຼາຍຂະແໜງດ່ານັ້ງ ແລະ ໂຮງໝໍປອດດ່ານັ້ງ. ສະຖາບັນ Pasteur ນະຄອນໂຮ່ຈີມິນ ກໍ່ໄດ້ຈັດສົ່ງກຳລັງໄປສ້າງຕັ້ງຫ້ອງວິໄຈນະຄອນ ດ່ານັ້ງ ແລ້ວ. ໂຮງໝໍຂອງກະຊວງຕຳຫຼວດ ສ້າງຫ້ອງວິໄຈຢູ່ດ່ານັ້ງ ເຊັ່ນດຽວກັນ… ກຳລັງຄວາມສາມາດໃນການວິໄຈຫາເຊື້ອໂຄວິດ-19 ດ່ານັ້ງ ໄດ້ເພີ່ມຂຶ້ນເປັນຫຼາຍເທົ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ