ເພີ່ມ​ຄວາມ​ໄວການ​ຫັນ​ເປັນ​ດີ​ຈີ​ຕອນ ມຸ່ງ​ໄປ​ເຖິງ ຫວຽດ​ນາມ ດີ​ຈີ​ຕອນ

(VOVWORLD) -ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນຮຸຍຢຸງ ໃຫ້ຂໍ້ສັງເກດວ່າ: ວິວັດການຫັນເປັນດີຈີຕອນໃນປີ 2021 ໃນເບື້ອງຕົ້ນ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ, ຈະແຈ້ງກວ່າໝູ່ແມ່ນ ຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນ ໃນອົງການລັດ, ວິສາຫະກິດ ແລະ ປະຊາຊົນໄດ້ຮັບການຍົກສູງຂຶ້ນ
ເພີ່ມ​ຄວາມ​ໄວການ​ຫັນ​ເປັນ​ດີ​ຈີ​ຕອນ ມຸ່ງ​ໄປ​ເຖິງ ຫວຽດ​ນາມ ດີ​ຈີ​ຕອນ - ảnh 1ເວທີປາໄສຂັ້ນສູງ ຫວຽດນາມ ຫັນເປັນດີຈີຕອນ ດ້ວຍຫົວຂໍ້ “ເພີ່ມຄວາມໄວການຫັນເປັນດີຈີຕອນ ມຸ່ງໄປເຖິງ ຫວຽດນາມ ດີຈີຕອນ”  (ພາບ: nhandan.vn)

ເວທີປາໄສຂັ້ນສູງ ຫວຽດນາມ ຫັນເປັນດີຈີຕອນ ດ້ວຍຫົວຂໍ້ “ເພີ່ມຄວາມໄວການຫັນເປັນດີຈີຕອນ ມຸ່ງໄປເຖິງ ຫວຽດນາມ ດີຈີຕອນ” ໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 1 ທັນວາ. ເຫດການໂດຍແມ່ນ ສະມາຄົມຊອບແວ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານ ຫວຽດນາມ (VINASA) ໄດ້ສົມທົບກັບບາງຫົວໜ່ວຍຈັດຕັ້ງຂຶ້ນທາງອອນໄລ ແລະ ອອກອາກາດຜ່ານສື່ມວນຊົນຕ່າງໆ.

ລັດຖະບານ ຫວຽດນາມ ຖືໂຄງລ່າງດີຈີຕອນ, ໂຄງລ່າງຂໍ້ມູນ, ລະບົບດີຈີຕອນແຫ່ງຊາດ ເປັນປັດໄຈສຳຄັນ ແລະ ພວມພະຍາຍາມເພີ່ມລະດັບຄວາມໄວໃນການ ຫັນເປັນດີຈີຕອນແຫ່ງຊາດ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນຮຸຍຢຸງ ໃຫ້ຂໍ້ສັງເກດວ່າ: ວິວັດການຫັນເປັນດີຈີຕອນໃນປີ 2021 ໃນເບື້ອງຕົ້ນ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ, ຈະແຈ້ງກວ່າໝູ່ແມ່ນ ຄວາມຮັບຮູ້ກ່ຽວກັບການຫັນເປັນດີຈີຕອນ ໃນອົງການລັດ, ວິສາຫະກິດ ແລະ ປະຊາຊົນໄດ້ຮັບການຍົກສູງຂຶ້ນ. ທ່ານໂດກົງແອັງ ຫົວໜ້າກົມຄອມພິວເຕີ ສັງກັດກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເນັ້ນໜັກວ່າ:

ການນຳໃຊ້ ສມາດໂຟນ ແລະ ລະບົບອິນເຕີເນັດຄວາມໄວສູງຢ່າງທົ່ວເຖິງ ແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ທຸກການເຄື່ອນໄຫວຫັນເປັນດີຈີຕອນ. ຖ້າສ້າງພົນລະເມືອງດີຈີຕອນ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວໃນສະພາບແວດລ້ອມດີຈີຕອນນັ້ນ ຈຶ່ງສາມາດສ້າງຕະຫຼາດດີຈີຕອນໄດ້, ຈຶ່ງສາມາດສ້າງເງື່ອນໄຂເພື່ອໃຫ້ເສດຖະກິດດີຈີຕອນ ພັດທະນາ. ທີ 2 ແມ່ນສ້າງບັດປະຈຳຕົວດີຈີຕອນ, ປະຊາຊົນສາມາດສະແດງຊື່ແລະນາມສະກຸນແທ້ຂອງຕົນໃນສະພາບແວດລ້ອມດີຈີຕອນ…ໄດ້ຢ່າງງ່າຍດາຍ. ນີ້ກໍ່ແມ່ນເງື່ອນໄຂສຳຄັນເພື່ອຊຸກຍູ້ການຫັນເປັນດີຈີຕອນ. ທີ 3 ແມ່ນເຜີຍແຜ່ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ປະຊາຊົນແຕ່ລະຄົນ ຕ້ອງມີຊອບແວ, ທັກສະພື້ນຖານເພື່ອປົກປ້ອງຕົນເອງເມື່ອມີການເຄື່ອນໄຫວທາງໃນອິນເຕີເນັດ.

ຕອບກັບ

ຂ່າວ/ບົດ​ອື່ນ