ເພີ່ມ​ທະ​ວີ​ກົນ​ໄກ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ຜູ້​ອອກ​ແຮງ​ງານ​ໃນ​ຂະ​ແໜງ​ຕ່ຳ​ແຜ່ນຕັດ​ຫ​ຍິ​ບ ແລະ ເກີບ​ໜັງ

(VOVWORLD) -ຫວ່າງແລ້ວນີ້, ສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະຫະສະມາຄົມ ຕ່ຳແຜ່ນຕັດຫຍິບ ຫວຽດນາມ, ສະຫະສະມາຄົມ ໜັງ - ເກີບ - ກະເປົາ ຫວຽດນາມໄດ້ລົງນາມ ແລະ ຍົກອອກຖະແຫຼງການຮ່ວມກ່ຽວກັບຂໍ້ລິເລີ່ມການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກໂລກລະບາດ Covid – 19 ໃຫ້ແກ່ຜູ້ອອກແຮງງານ, ວິສາຫະກິດຂະແໜງຕ່ຳແຜ່ນຕັດຫຍິບ, ໜັງ, ເກີບ ແລະ ກະເປົາ ຫວຽດນາມ.
ເພີ່ມ​ທະ​ວີ​ກົນ​ໄກ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ຜູ້​ອອກ​ແຮງ​ງານ​ໃນ​ຂະ​ແໜງ​ຕ່ຳ​ແຜ່ນຕັດ​ຫ​ຍິ​ບ ແລະ ເກີບ​ໜັງ - ảnh 1 ທ່ານ ເງາະຢຸຍຫ໋ຽວ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມກ່າວຄຳເຫັນ (ພາບ:nld.com.vn)

ຖະແຫຼງການຮ່ວມໄດ້ຮຽກຮ້ອງໃຫ້ລັດຖະບານຫວຽດນາມແລະ ບັນດາປະເທດສະມຊິກສະຫະພາບເອີລົບ (EU), ບັນດາຄູ່ຮ່ວມມື, ບັນດາຍີ່ຫໍ່ສິນຄ້າ EU ມີກົນໄກໜູນຊ່ວຍຢ່າງທັນການ ແລະ ສະດວກໃຫ້ແກ່ຜູ້ອອກແຮງງານ ແລະ ວິສາຫະກິດທີ່ຖືກຜົນສະທ້ອນຈາກໂລກລະບາດ Covid – 19. ທ່ານ ເງາະຢຸຍຫ໋ຽວ, ຮອງປະທານສະຫະພັນໃຫຍ່ແຮງງານຫວຽດນາມ ເນັ້ນໜັກວ່າ:

        ຄວນມີການກະທຳລວມ ຂອງບັນດາຄູ່ຮ່ວມມື, ກ່ອນອື່ນໝົດ ລັດຖະບານຫວຽດນາມຕ້ອງສືບຕໍ່ມີບັນດາບ້ວງເງິນໜູນຊ່ວຍ, ແກ້ໄຂບັນດາລະບຽບການບໍລິຫານເພື່ອສ້າງເງື່ອນໄຂໃຫ້ແກ່ວິສາຫະກິດຮັບປະກັນນະໂຍບາຍໜູນຊ່ວຍສັງຄົມໃຫ້ແກ່ຜູ້ອອກແຮງງານ. ພ້ອມທັງຮຽກຮ້ອງໃຫ້ບັນດາຄູ່ຮ່ວມມື EU ຊຶ່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ. ນີ້ແມ່ນການກະທຳເພື່ອຫັນສັນຍາການຄ້າເສລີທີ່ສອງຝ່າຍຫາກໍ່ໄດ້ຮັບການລົງນາມ ແລະ ຮັບຮອງເອົາຈາກສະພາແຫ່ງຊາດໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ