ເພີ່ມທະວີການການຫນູນຊ່ວຍ​ຈາກ​ສາ​ກົນ​ໃຫ້​ແກ່ຜູ້ຮັບເຄາະຮ້າຍຈາກລະເບີດຍັງບໍ່ທັນແຕກ


ເພີ່ມທະວີການການຫນູນຊ່ວຍ​ຈາກ​ສາ​ກົນ​ໃຫ້​ແກ່ຜູ້ຮັບເຄາະຮ້າຍຈາກລະເບີດຍັງບໍ່ທັນແຕກ - ảnh 1
ກອງ​ປະ​ຊຸມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ການ​ຫນູນ​ຊ່ວຍຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ
(vovworld)- ວັນ​ທີ 14/12, ຢູ່ຮ່າ​ໂນ້ຍ, ກະ​ຊວງ​ແຮງ​ງານ-ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ໄດ້​ສົມ​ທົບ​ກັບ​ອົງ​ການ The International Center ຈັດ​ກອງ​ປະ​ຊຸມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ກ່ຽວ​ກັບ​ການ​ຫນູນ​ຊ່ວຍຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ. ການ​ໜູນ​ຊ່ວຍຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກພາຍຫຼັງ​ສົງ​ຄາມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ສຳ​ຄັນ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ແຫ່ງ​ຊາດ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້​ອນຫຼັງ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກພາຍຫຼັງ​ສົງ​ຄາມ​ໄລ​ຍະ 2010-2025. ທ່ານ ດ​ວານ​ຮິ້ວ​ມິນ ຜູ້​ຕາງ​ໜ້າກົມ​ຊ່ວຍ​ເຫຼືອ​ສັງ​ຄົມ, ກະ​ຊວງ​ແຮງ​ງານ-ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມຫວຽດ​ນາມ​ກ່າວ​ວ່າ :    

“ ເປົ້າ​ໝາຍ​ທີ 1, ນັ້ນ​ແມ່ນ​ການ​ແຊກ​ແຊງ​ທາງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຢ່າງ​ທັນ​ການ​ເພື່ອ​ແນ​ໃສ່​ຫນູນ​ຊ່ວຍ ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກຜ່ານ​ຜ່າ​ວິ​ກິດ​ການ​ດ້ານ​ຈິດ​ຕະ​ພາຍຫຼັງ​ຮັບ​ເຄາະ​ຮ້າຍ, ແລ້ວ​ກໍ​ໄດ້​ຮັບ​ການ​ບໍ​ລິ​ການ​ປິນ​ປົວ​ຢ່າງ​ທັນ​ການ. ທີ 2 ແມ່ນ​ຍົກ​ສູງ​ຄວາມ​ສາ​ມາດ​ຂອງ​ລະ​ບົບ​ຟື້ນ​ຟູ​ສະ​ມັດ​ທະ​ພາບ​ໃຫ້​ແກ່ຜູ້​ຮັບ​ເຄາະ​ຮ້າຍ​ ແລະ ໜູນ​ຊ່ວຍ​ສັງ​ຄົມ​ໃຫ້​ເຂົາ​ເຈົ້າ. ທີ 3 ແມ່ນ​ໜູນ​ຊ່ວຍ ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ​ຟື້ນ​ຟູ​ສະ​ມັດ​ທະ​ພາບ​ເພື່ອ​ເຊື່ອມ​ຕົ​ວເຂົ້າ​ກັບວົງ​ຄະ​ນະ​ຍາດ​ຄືນ​ໃໝ່, ສ້າງ ແລະ ພັດ​ທະ​ນາ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ. ທີ 4 ແມ່ນ​ສືບ​ຕໍ່​ສ້າງ​ລະ​ບົບ​ນະ​ໂຍ​ບາຍ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ແລະ ທີ 5 ແມ່ນ​ສ້າງ​ພື້ນ​ຖານ​ຂໍ້​ມູນ​ເພື່ອ​ຮັບ​ໃຊ້​ບັນ​ຫານິີ້ ”
ຂ່າວ/ບົດ​ອື່ນ