ເພີ່ມທະວີການຂົນສົ່ງສິນຄ້າ 2 ຝ່າຍ ຫວຽດນາມ-ລາວ

ເພີ່ມທະວີການຂົນສົ່ງສິນຄ້າ 2 ຝ່າຍ ຫວຽດນາມ-ລາວ - ảnh 1
(ພາບປະກອບ)

(vovworld)– ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ຂໍ້​ສະ​ເໜີ​ຂອງ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງຮັບຮອງ​ເອົາ​ກ່ຽວ​ກັບ​ຫຼັກ ການ​ເນື້ອ​ໃນ​ພື້ນຖານ​ຂອງ​ແຜນ​ຮ່າງ​ຄົ້ນ​ຄ້ວາ​ລວມກ່ຽວ​ກັບ​ການເພີ່ມ​ທະວີ​ການຂົນ​ສົ່ງ​ສິນຄ້າ 2 ຝ່າຍລະຫວ່າງ ຫວຽດນາມ-​ລາວ. ຕາມ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ແລ້ວ, ການ​ເຄື່ອນ​ໄຫວ​​ຂົນ​ສົ່ງ​ສິນຄ້າ​ເວົ້າ​ລວມ ​ແລະ ການ​ຂົນ​ສົ່ງ​ສິນຄ້າ​ເວົ້າ​ສະ​ເພາະລະຫວ່າງ ຫວຽດນາມ-​ລາວ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ​ ພາຍຫຼັງ 2 ປະ​ເທດ​ເຊັນ​ສັນຍາ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ຍານ​ພາຫະນະທາງບົກ​ໄປມາ​ເຂດ​ຊາຍ​ແດນລະຫວ່າງ 2 ປະ​ເທດ (ປີ 2009) ​ແລະ ສົນທິສັນຍາ​ປະຕິບັດ​ສັນຍາ (ປີ 2010). ​ແຕ່​ມາ​ຮອດ​ປະຈຸ​ບັນ​ການ​ຂົນ​ສົ່ງ​ທາງບົກ ​ແລະ ການ​ຂົນ​ສົ່ງ​ສິນຄ້າ​ເວົ້າ​ສະ​ເພາະ ​ຍັງ​ມີ​ເນື້ອ​ໃນຫຼາຍ​ຢ່າງ​ຄວນ​ສືບ​ຕໍ່​ສົມທົບ, ປ່ຽນ​ໃໝ່, ຫັນ​ເປັນ​ທັນ​ສະ​ໄໝ ​ເພື່ອ​ບັນລຸ​ຢ່າງ​ມີ​ປະສິດທິ​ຜົນ​ສູງ​ກ່ວາ. ​ເລື່ອງ​ກໍ່ສ້າງປະຕິບັດ​ແຜນ​ຮ່າງຄົ້ນ​ຄ້ວາ​ລວມ ກ່ຽວ​ກັບ​ເພີ່ມ​ທະວີ​ການ​ຂົນ​ສົ່ງສິນຄ້າ 2 ຝ່າຍ​ລະຫວ່າງ ຫວຽດນາມ-​ລາວ ​ແມ່ນ​ພື້ນຖານ​ເພື່ອ​ຍົກ​ສູງ​ປະສິດ​ທິຜົນການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ສິນຄ້າ​​ຜ່ານ​ດ່ານຊາຍ​ແດນ, ຂຸດ​ຄົ້ນ​ເຄືອ​ຂ່າຍ​ທາງບົກ​ທີ່​ມີ​ຢູ່​ແລ້ວ​ ລະຫວ່າງ 2 ປະ​ເທດ​ຢ່າງ​ສູ​ງສຸດ, ​ເພື່ອ​ວາງ​ອອກ​ບັນດາ​ມາດ​ຕະການ​ປະຕິບັດ​ສັນຍາສ້າງຄວາມ​ສະດວກ​ໃຫ້​ແກ່​ຍານພາຫະນະທາງ​ບົກ​ໄປ​ມາລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ