ເພີ່ມທະວີການຄຸ້ມຄອງສິ່ງເສດເຫຼືອທີ່ເປັນຂອງແຂງ ແລະ ຂີ້ເຫຍື້ອຢາງປຼາດສະຕິກ

(VOVWORLD) - ວັນທີ 18 ມິຖຸນາ, ທີ່ນະຄອນ ຕຸຍຮ່ວາ, ຄະນະກຳມະການປະຊາຊົນແຂວງ ຝູອຽນ ໄດ້ສົມທົບກັບອົງການສາກົນກ່ຽວກັບການອະນຸລັກທຳມະຊາດໂລກປະຈຳ ຫວຽດນາມ (WWF ຫວຽດນາມ) ຈັດຕັ້ງກອງປະຊຸມເພີ່ມທະວີວຽກງານຄຸ້ມຄອງສິ່ງເສດເຫຼືອທີ່ເປັນຂອງແຂງ ແລະ ຂີ້ເຫຍື້ອຢາງປຼາດສະຕິກໃນບໍລິເວນແຂວງ. 

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດທາບທາມຄວາມເຫັນຫລາຍບົດກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ, ບັນດາມາດຕະການຄຸ້ມຄອງສິ່ງເສດເຫຼືອ, ຂີ້ເຫຍື້ອໃນບໍລິເວນແຂວງ.

ເພີ່ມທະວີການຄຸ້ມຄອງສິ່ງເສດເຫຼືອທີ່ເປັນຂອງແຂງ ແລະ ຂີ້ເຫຍື້ອຢາງປຼາດສະຕິກ - ảnh 1  ບັນດາຜູ້ແທນໄດ້ຮັບຟັງບົດທາບທາມຄວາມເຫັນຫລາຍບົດກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ, ບັນດາມາດຕະການຄຸ້ມຄອງສິ່ງເສດເຫຼືອ, ຂີ້ເຫຍື້ອໃນບໍລິເວນແຂວງ ຝູອຽນ (ພາບ: TTXVN)

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຈີ໊ຮ໊ຽນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ຝູອຽນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ທາງແຂວງ ຝູອຽນ ຈະຍູ້ແຮງວຽກງານໂຄສະນາຍົກສູງສະຕິຄວາມຮັບຮູ້ໃນວົງຄະນະຍາດ, ຍົກສູງການເກັບໂຮມ, ຂົນຍ້າຍສິ່ງເສດເຫຼືອຢ່າງມີປະສິດທິຜົນ; ທະວີຄູນບັນດາຮູບແບບດີເດັ່ນໃນການກຳຈັດຂີ້ເຫຍືຶ້ອຢາງປຼາດສະຕິກ, ຕິດຕາມກວດການການເກັບໂຮມ, ຂົນຍ້າຍຂີ້ເຫຍື້ອຢາງປຼາດສະຕິກ. ທາງແຂວງຈະສູ້ຊົນຮອດປີ 2020 ແມ່ນຫລຸດຜ່ອນປະລິມານຂີ້ເຫຍື້ອຢາງປຼາດສະຕິກທີ່ຖີ້ມໃສ່ສິ່ງແວດລ້ອມໃນບໍລິເວນແຂວງໃຫ້ໄດ້ 30%.

        ເນື່ອງໃນໂອກາດນີ້, ຄະນະກຳມະການປະຊາຊົນແຂວງ ຝູອຽນ, ອົງການ WWF ຫວຽດນາມ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ໄດ້ເຊັນຄຳໝັ້ນສັນຍາເຂົ້າຮ່ວມໂຄງການຄຸ້ມຄອງຂີ້ເຫຍື້ອປຼາດສະຕິກຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ