ເພີ່ມທະວີການຊີ້ນຳນຳພາຂອງພັກສຳລັບວຽກງານຄົ້ນພົບ,ແກ້ໄຂເຫດການ,ຄະດີສໍ້ລາດບັງຫຼວງ

ເພີ່ມທະວີການຊີ້ນຳນຳພາຂອງພັກສຳລັບວຽກງານຄົ້ນພົບ,ແກ້ໄຂເຫດການ,ຄະດີສໍ້ລາດບັງຫຼວງ - ảnh 1
(ພາບ​ປະ​ກອບ)

(vovworld) - ກົມ​ການ​ເມືອງ​ຫ​າ​ກໍ​ປະ​ກາດ​ຄຳ​ສັ່ງ​ກ່ຽວ​ກັບ​ເລື່ອງເພີ່ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ​ສຳ​ລັບ​ວຽກ​ງານ​ຄົ້​ນ​ພົບ, ແກ້​ໄຂ​ເຫດ​ການ, ຄະ​ດີ​ສໍ້​ລາດ​ບັ​ງ​ຫຼວງ. ຄຳ​ສັ່ງ​ໄດ້​ຍົກ​ອອກ 8 ໜ້າ​ທີ່, ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ​້​ລາດ​ບັງ​ຫຼວງ. ໃນ​ນັ້ນ, ກົມ​ການ​ເມືອງ​ຮຽກ​ຮ້ອງ​ອົງ​ຄະ​ນະ​ພັກ, ອົງ​ການ​ຈັດ​ຕັ້​ງ​ພັກ​ທຸກ​ຂັ້ນ ຄົ້​ນ​ຄວ້າ, ​ປັບ​ປຸງກົດ​ໝາຍ​ກ່ຽວ​ກັບ​​ການຄົ້​ນ​ພົບ, ແກ້​ໄຂ​ເຫດ​ການ, ຄະ​ດີ​ສໍ້​ລາດ​ບັ​ງ​ຫຼວງ ​ໃຫ້ໃກ້​ສິດ​ຕິດ​ແທດ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ຫວຽດ​ນາມ ແລະ ເໝາະ​ສົມ​ກັບ​ບັນ​ດາ​ສົນ​ທິສັນ​ຍາ​ສາ​ກົນ ເຊິ່ງ​ຫວຽດ​ນາມ ເປັນ​ສະ​ມາ​ຊິກ. ພ້ອມ​ກັນ​ນັ້ນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃນ​ການ​​ປັບ​ໄໝ​ລົງ​ໂທດ​ອາ​ຊະ​ຍາ​ກຳ​​ການ​ສໍ້​ລາດ​ບັງ​ຫຼວງຢ່າງ​ມີ​ປະ​ສິດ​ທິ​ຜົນ. ເປັນ​ເຈົ້າ​ການ​ເຈ​ລະ​ຈາ, ລົງ​ນາມ​ໃນ​ສັນ​ຍາ​ໜູນ​ຊ່ວຍດ​້ານ​​ຕຸ​ລາ​ການ​ກັບ​ປະ​ເທດ​ຕ່າງໆ; ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ໃຫ້​ຖືກ​ຕາມ​ຂັ້ນ​ຕອນ, ເໝາະ​ສົມ​ກັບ​ເ​ງື່ອນ​ໄຂ, ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ຫວຽດ​ນາມ. ບັນ​ດາ​ອົງ​ການ​​ຄວນ​ຄົ້ນ​ຄວ້າ​ປັບ​ປຸງ, ເພ​ີ່ມ​ເຕີມ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຮ້ອງ​ຟ້ອງ, ຮັບ​ປະ​ກັນ​ບັນ​ດາ​ການ​ຮ້ອງ​ຟ້ອງກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫຼວງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ທັນ​ການ, ຖືກ​ຕ້ອງ​ຕາມ​​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ຍ​ູ້​ແຮງວຽກ​ງານ​ໂຄ​ສະ​ນາ​ກ່ຽວ​ກັບ​ວຽກ​ງານ​ຄົ້​ນ​ພົບ, ແກ້​ໄຂ​ເຫດ​ການ, ຄະ​ດີ​ສໍ້​ລາດ​ບັ​ງ​ຫຼວງ… ແລະ ​ຜົນ​​ແຫ່ງການ​ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ສໍ້​ລາດ​ບັງ​ຫຼວງ.

ຂ່າວ/ບົດ​ອື່ນ