ເພີ່ມທະວີການຕິດຕາມກວດກາແລະເຮັດໃຫ້ລະບົບການເງິນໂປ່ງໃສ

ເພີ່ມທະວີການຕິດຕາມກວດກາແລະເຮັດໃຫ້ລະບົບການເງິນໂປ່ງໃສ - ảnh 1
ກອງປະຊຸມສຳມະນາຖືກຈັດຂື້ນໃນວັນທີ 18/12
(ພາບ: baomoi.com)


(vovworld) –  ທີ່​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “​ເພີ່ມ​ທະວີ​ການ​ຕິດຕາມ​ກວດາ ​ແລະ ​ເຮັດ​ໃຫ້​ລະບົບ​ການ​ເງິນ​​ໂປ່​ງ​ໃສ” ​ໂດຍ​ຄະນະ​ກຳມະການ​ຕິດຕາມ​ກວດກາ​ການ​ເງິນ​ແຫ່ງ​ຊາດ​ສົມທົບ​ກັບ​ຄະນະ​ເສດຖະກິ​ດສູນ​ກາງ, ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ທະນາຄານ​ໂລກ​ປະຈຳ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 18/12, ຢູ່ ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ​​ໃຫ້​ຂໍ້​ສັງ​ເກດ​ວ່າ: ພາຍຫຼັງ​ເກືອບ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ລະບົບ​ກົນ​ໄກ, ນະ​ໂຍບາຍ​ການ​ເງິນຂອງ ຫວຽດນາມ​ ນັບ​ມື້​ນັບ​ສົມບູນ​ແບບ ​ເໝາະ​ສົມ​ກັບ​ລະບອບ​ເສດຖະກິດ​ການ​ຕະຫຼາດ ຕາມກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ບັນດາ​ເງື່ອນ​ໄຂ​ລະອຽດ​ຂອງ​ປະ​ເທດ​ຊາດ, ສຳ​ພັດ​ກັບ​ທຳນຽມ​ສາກົນ​ເທື່ອ​ລະ​ກ້າວ. ຕາມ​ທ່ານ ​ເວືອງດິ່ງ​ເຫ້ວ, ຫົວ​ໜ້າ​ຄະນະ​ເສດຖະກິດ​ສູນ​ກາງ​ແລ້ວ: ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ​ທີ່​ມີ​ຕໍ່​ຕະຫຼາດ​ການ​ເງິນ​ໃນ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ລັດ​ຕ້ອງ:

        “ປະຕິບັດ​ການ​ພັດທະນາ​ຕະຫຼາດ​ການ​ເງິ​ນຢ່າງຄົບ​ຊຸດ ​ແລະ ໝັ້ນຄົງ ​ເຊິ່ງລວມມີ​ຕະຫຼາດ​ທຶນ ​ແລະ ຕະຫຼາດ​ການ​ເງິນ. ທັງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຂອງ ຫວຽດນາມ ​ແລະ ບົດຮຽນ​ຈາກ​​ປະ​ເທດ​ຕ່າງໆ ຂອດ​ບຸກທະລຸ​ແມ່ນ​ແກ້​ໄຂ​ການ​ພົວພັນ​ລະຫວ່າງ​ລັດ ​ແລະ ຕະຫຼາດ​ໃນ​ເລື່ອງ​ຈັດ​ແບ່ງ​ບັນດາ​​ແຫຼ່ງກຳລັງ ​ແລະ ​ແຫຼ່ງທຶນ​ໃຫ້​ແກ່​ການ​ພັດທະນາ​ພິ​ເສດ​ແມ່ນ​ການ​ຈັດ​ແບ່ງ​ຄັ້ງ​ທຳ​ອິດ. ​ເຖິງ​ວ່າການ​ຈັດ​ແບ່ງ​ແມ່ນ​ຂຶ້ນ​ກັບ​ລັດ ກໍ່​ຕ້ອງ​ເຄົາລົບ​ບັນດາ​ຫຼັກການ​ຂອງ​ຕະຫຼາດຢ່າງ​ພາວະ​ວິ​ໄສ, ຖື​ເປັນ​ສຳຄັນ​ບັນດາ​ສັນຍານ​ຊີ້​ນຳ​ຂອງ​ຕະຫຼາດ. ​ເພີ່ມ​ທະວີ​ການ​ຄຸມ​ຄອງ​ລັດ​ທີ່​ມີ​ຕໍ່​ຕະຫຼາດ​ທຶນ, ຮັບປະກັນ​ໃຫ້​ຕະຫຼາດ​ນີ້​ເຄື່ອນ​ໄຫວ​ເປັນ​ຢ່າງ​ດີ, ​ເປີດ​ເຜີຍ, ​ໂປງ​ໃສ ​ແລະ ມີ​ປະສິດທິ​ຜົນ.”

 

ຂ່າວ/ບົດ​ອື່ນ