ເພີ່ມທະວີການນຳພາຂອງພັກຕໍ່ວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

ເພີ່ມທະວີການນຳພາຂອງພັກຕໍ່ວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1
ພາບປະກອບ

(vovworld) –  ຕອນ​ເຊົ້າວັນ​ທີ 27/1, ຢູ່ ຮ່າ​ໂນ້ຍ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​​ເພື່ອ​ສະຫລຸບ 10 ປີ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ກາ​ນປ້ອງ​ກັນ, ຕ້າ​ນການ​ສໍ້​ລາດ​ບັງ​ຫຼວງ ​ແລະ ສະຫລຸບ 5 ປີ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ທີ່​ມີ​ຕໍ່​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ໃນ​ສະພາບ​ການ​ໃໝ່.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ຫາຍ​ຟອງ, ຮອງ​ຫົວໜ້າຜູ້​ປະຈຳການ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໄດ້​ຊີ້​ແຈ້ງ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາ​ດບັງ​ຫຼວງ​ແມ​່ນໜ້າ​ທີ່​ຈຸດ​ສຸມ​ຊຶ່ງພັກ, ລັດ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ຊີ້ນ​ຳນຳພາ​ທຸກຂັ້ນ, ທຸກຂະ​ແໜງ​ການ​ໃນ​ວິວັດ​ການ​ຫັນ​ປະ​ເທດ​ເປັນ​ອຸດສາ​ຫຳ​ກຳ, ທັນ​ສະ​ໄໝ. ທ່ານຮອງ​ຫົວໜ້າຜູ້​ປະຈຳການ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ຫງວຽນ​ຫາຍ​ຟອງ ສະ​ເໜີ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົງການ​ໄອ​ຍະ​ການ​ປະຊາຊົນ​ທຸກ​ຂັ້ນ​ຕ້ອງ​​ຊີ້​ນຳການ​ຄົ້ນ​ຄ້ວາທັນ​ການ, ​ເປັນ​ເສນາ​ທິການ​ໃນ​ການ​ສ້າງ​ແຜນການ, ​ໂຄງການ​ເຄື່ອນ​ໄຫວ ​ແລະ ອົງການ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ສຳລັບ​ວຽກ​ງານ​ຄົ້ນ​ຫາ, ​ແກ້​ໄຂ​ກໍລະ​ນີສໍ້​ລາດ​ບັງ​ຫຼວງຢ່າງ​ເຂັ້ມ​ງວດ. ທົ່ວ​ຂະ​ແໜງ​ສືບ​ຕໍ່​ຊາບ​ຊຶມ, ຜັນ​ຂະຫຍາຍ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອົງການ​ໄອຍະ​ການ​ປີ 2014.


ຂ່າວ/ບົດ​ອື່ນ