ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ໃນ​ການ​ເຄື່ອນ​ໄຫວ​ເລືອກ​ຕັ້ງ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງເລື່ອງ ມາຮອດປັດຈຸບັນ, ແຂວງຮ່າຢາງໄດ້ຜັນຂະຫຍາຍວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2021 – 2026 ຢ່າງຄົບຊຸດ, ເຂັ້ມງວດ, ຄົບຖ້ວນ, ທັນການ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ.
ເພີ່ມ​ທະ​ວີ​ການ​ນຳ​ໃຊ້​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ໃນ​ການ​ເຄື່ອນ​ໄຫວ​ເລືອກ​ຕັ້ງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ

ໃນການລົງເຮັດວຽກ ຢູ່ບັນດາແຂວງທາງທິດຕາເວັນອອກພາກເໜືອ, ວັນທີ 5 ພຶດສະພາ, ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ, ພ້ອມກັບຄະນະປະຕິບັດງານຂອງສະພາແຫ່ງຊາດ ໄດ້ລົງກວດກາການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026 ຢູ່ ເຂດປ່ອນບັດເລືອກຕັ້ງເລກ 4, ບ້ານ ແທ່ນປາ, ຕາແສງ ລຸງກຸ໊, ເມືອງ ດົ່ງວັນ, ເຮັດວຽກກັບການນຳແຂວງ, ຄະນະກຳມະການເລືອກຕັ້ງແຂວງຮ່າຢາງ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງເລື່ອງ ມາຮອດປັດຈຸບັນ, ແຂວງຮ່າຢາງໄດ້ຜັນຂະຫຍາຍວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນອາຍຸການ 2021 – 2026 ຢ່າງຄົບຊຸດ, ເຂັ້ມງວດ, ຄົບຖ້ວນ, ທັນການ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ທ່ານ ເວືອງດິ່ງເຫ້ວກໍ່ໃຫ້ຮູ້ວ່າ ສະພາເລືອກຕັ້ງແຫ່ງຊາດ ໄດ້ເຫັນດີເປັນເອກະພາບ ກັບກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ, ເລີ່ມແຕ່ວັນທີ 14 ພຶດສະພາ ຈະມີການໂຄສະນາເຜີຍແຜ່ຜ່ານໂທລະສັບ, ການໂທຫາທຸກຄັ້ງ, ຂໍ້ຄວາມທຸກຂໍ້ລ້ວນແຕ່ຕັກເຕື່ອນຜູ້ມີສິດເລືອກຕັ້ງ ມີຄວາມສະຫຼາດສ່ອງໃສໃນການເລືອກຕັ້ງ ບັນດາຜູ້ແທນທີ່ດີເດັ່ນເພື່ອເລືອກເອົາຜູ້ເຂົ້າເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ທ່ານກ່າວວ່າ:

ໃນຂະນະທີ່ພວມສຸມສະຕິເປັນຢ່າງສູງໃຫ້ແກ່ການຈັດຕັ້ງການເລືອກຕັ້ງ, ຂ້າພະເຈົ້າເຫັນດີເປັນເອກະພາບຕໍ່ເລື່ອງ ຄະນະພັກແຂວງ ແລະ ອຳນາດການປົກຄອງທຸກຂັ້ນ ເບິ່ງແຍງດູແລການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເປັນຕົ້ນແມ່ນບັນດາແຂວງຊາຍແດນ ທີ່ມີເສັ້ນຊາຍແດນຍາວ, ຮັບປະກັນການໜູນຊ່ວຍສັງຄົມ, ເປັນເຈົ້າການໃນການຮັບມືກັບໂລກລະບາດ ກໍ່ຄືໄພທຳມະຊາດ, ເພື່ອກຽມພ້ອມບັນດາວິທີການທີ່ແຕກຕ່າງກັນ. ໃນໄລຍະຈະມາເຖິງ, ສະພາເລືອກຕັ້ງແຫ່ງຊາດ ຈະສ້າງ ໂທລະສັບສາຍດ່ວນຂອງອົງການປະຈຳການເລືອກຕັ້ງໃນອາທິດສຸດທ້າຍ ເມື່ອດຳເນີນກະກຽມໃຫ້ວັນເລືອກຕັ້ງ, ເພື່ອຮັບຂໍ້ມູນຢ່າງທັນການ, ແກ້ໄຂບັນດາກໍລະນີເກີດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ