ເພີ່ມທະວີການປ້ອງ ກັນ ແລະ ຕ້ານເຊື້ອ HIV ໂລກ AIDS ຢູ່ຫວຽດນາມ ຮອດປີ 2020

ເພີ່ມທະວີການປ້ອງ ກັນ ແລະ ຕ້ານເຊື້ອ HIV ໂລກ AIDS ຢູ່ຫວຽດນາມ ຮອດປີ 2020 - ảnh 1

ການ​ປ້ອງກັນ ​ແລະ ຕ້ານ​ເຊື້ອ HIV ​ໂລກ AIDS

(ພາບ:dic.gov.vn)

(VOV)- ​ວັນ​ທີ 16/11, ຢູ່​ຮ່າ​ໂນ້ຍ, ​ໄດ້​ໄຂ​ກອງ​ປະຊຸມ​ສຳ​ມະ​ນາທາ​ບທາມ​ຄຳ​ເຫັນ “ຍຸດ​ທະ​ສາດ​​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວ​ມຂອງ​ບັນດາ​ອົງການ​ຈັດຕັ້ງສັງຄົມ​ເຂົ້າ​ໃນການ​ປ້ອງກັນ ​ແລະ ຕ້ານ​ເຊື້ອ HIV ​ໂລກ AIDS ຢູ່​ຫວຽດນາມ ຮອດປີ 2020“. ມາ​ຮອດ​ປະຈຸ​ບັນ, ການ​ເຂົ້າຮ່ວມ​ຂອງສັງຄົມ​ພົນລະ​ເຮືອນ​ເຂົ້າ​ໃນການ​ປ້ອງກັນ ​ແລະ ຕ້ານ​ເຊື້ອ HIV ​ໂລກ AIDS ຍັງ​ມີ​ການ​ຈະ​ແຈກ​ກະຈາຍ, ບໍ່​ສຳ​ໝ່ຳສະ​ເໝີ. ກາ​ນສ້າງ​ຍຸດ​ທະ​ສາດ​ເພີ່ມ​ທະວີ​ການ​ເຂົ້າຮ່ວມ​ຂອງບັນດາ​ອົງການ​ສັງຄົມ​ພົນລະ​ເຮືອນໃນການ​ປ້ອງກັນ ​ແລະ ຕ້ານ​ເຊື້ອ HIV ​ໂລກ AIDS ຈະ​ແມ່ນ​ການ​ກຳນົດ​ທິດ​ມີ​ລັກສະນະ​ສັງ​ລວມ, ຈຸດ​ສຸມ ​ແລະ ຍາວ​ນານ​ເພື່​ອແນ່​ໃສ່​ຊຸກຍູ້​, ຕິດ​ພັນການ​ເຂົ້າຮ່ວມ​ຂອງບັນດາ​ອົງການ​ສັງຄົມ​ພົນລະ​ເຮືອນ​ເຂົ້າ​ໃນ​ການ​ປ້ອງກັນ ​ແລະ ຕ້ານ​ເຊື້ອ HIV ​ໂລກ AIDS ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ. ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງບັນດາອົງການ​ສັງຄົມ​ພົນລະ​ເຮືອນ​ໃນ​ວຽກ​ງານ​ນີ້, ທ່ານ​ນາງ  Do Thi Van ຜູ້ອຳນວຍການ​ໂຄງການ​ພາກສ່ວນ​ສະຫະພັນ​ບັນດາ​ສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ​ຫວຽດນາມ, ​ໂຄງການປ້ອງກັນ ​ແລະ ຕ້ານ​ເຊື້ອ HIV ​ໂລກ AIDS ທົ່ວ​ໂລກ ​ໃຫ້​ຮູ້​ວ່າ:

   “​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ພວກ​ຂ້າພະ​ເຈົ້າຄິດ​ວ່າ​ລັດ​ຈະ​ໜູນ​ຊ່ວຍ​ຄ່າ​ໃຊ້​ຈ່າ​ຍ​ໃນ​ວຽກ​ງານປ້ອງກັນ ​ແລະ ຕ້ານ​ເຊື້ອ HIV ​ໂລກ AIDS. ບັນດາ​ອົງການ​ສັງຄົມ​ຂອງ​ພວກ​ຂ້າພະ​ເຈົ້າກໍ່​ໄດ້ກຳນົດ​ວ່າຄວາມ​ສາມາດ​ຂອງ​ຕົນ​ຕ້ອງ​ໄດ້​ຮັບ​ການຍົກ​ສູງ​ຂຶ້ນ, ​ເຮັດ​ແນວ​ໃດ​ເ​ພື່ອ​ສາມາດລະດົມ​ແຫຼ່ງກຳລັງ​ໃນ​ປະ​ເທດ​ໄດ້​ໃນ​ຂະນະທີ່​ແຫຼ່ງກຳລັງ​ຂອງ​ລັດຖະບານ​ຍັງ​ມີ​ຄວາມ​ຈຳກັດຢູ່. ​ໃນ​ໄລຍະ​ຍາວ​ນານ​ຕ້ອງ​ສ້າງ​ຍຸດ​ທະ​ສາດ​ເພື່ອ​ໃຫ້​ພວກ​ຂ້າພະ​ເຈົ້າຖືວ່ານີ້​ແມ່ນ​ເຂັມຊີ້​ທິດ​ເພື່ອ​ໃຫ້​ບັນດາ​ອົງການ​ຈັດຕັ້ງອື່ນໆ​ເຂົ້າຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ

 

ຂ່າວ/ບົດ​ອື່ນ