ເພີ່ມທະວີການປ້ອງກັນ, ຕ້ານ HIV/AIDS ເຂດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ

ເພີ່ມທະວີການປ້ອງກັນ, ຕ້ານ HIV/AIDS ເຂດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງ - ảnh 1
ພະນັກງານການແພດໃຫ້ຄຳປຶກສາໃຫ້ຜູ້ຕິດ HIV
(ພາບປະກອບ)

(vovworld) - ​ໄລ​ຍະ​ຜ່ານ​ມາ, ວຽກ​ງານ​ປ້ອງ​ກັນ, ຕ້ານ HIV/AIDS ​ໄດ້​ຮັບ​ຜົນງານ​ສຳຄັນ​ຫຼາຍ​ຢ່າງ​ຄື: ອັດຕາ​ການ​ຕາຍ​ຍ້ອນ​ຕິດ HIV/AIDS ຫລຸດ​ລົງ​ຫຼາຍ​ພໍ​ສົມຄວນ ຍ້ອນ​ເປີດ​ກ້ວາງ​ການ​ປິ່ນປົວ ​ແລະ ​ເສີມ​ຂະຫຍາຍຫຼາຍ​ລາຍການ​ແຊກ​ແຊງ​ຫລຸດ​ຜ່ອນ​ຜົນ​ເສຍ​ຫາຍ, ການ​ເຄື່ອນ​ໄຫວ​ປິ່ນປົວ​ດ້ວຍ​ຢາ Methadone ​ໄດ້​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ.​​.​. ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໂຄງການ “ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ປ້ອງ​ກັນ, ຕ້ານ HIV/AIDS  ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກ້ວາງ”, ຖືກ​ດຳ​ເນີນ​ວັນ​ທີ 2/10 ຢູ່ ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ​ຖື​ວ່າ: ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາ​ຍ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ບັນລຸ​ຈຸດໝາຍ​ສະຫັດ​ສະ​ວັດ, ສະກັດ​ກັ້ນ ​ແລະ ​ເລີ່​ມຮັດ​ແຄບ​ການ​ຕິດ​ແປດ HIV/AIDS.

        ໂຄງການ “ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ປ້ອງ​ກັນ, ຕ້ານ HIV/AIDS  ​ເຂດ​ອະນຸ​ພາກ​ພື້ນ​ແມາ​ນ້ຳຂອງ​ເປີດ​ກ້ວາງ” ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ແຕ່​ປີ 2013 – 2017 ຢູ່ 15 ​ແຂວງ​ເຂດ​ຊາຍ​ແດນ. ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ປັບປຸງ​ກຳລັງ​ຄວາມ​ສາມາດ​ຄຸມ​ຄອງໂຄງການ​ປ້ອງ​ກັນ, ຕ້ານ HIV/AIDS ຢູ່​ຂັ້ນ​ສູນ​ກາງ, ​ແຂວງ ​ແລະ ​ເມືອງ, ຍູ້​ແຮງ​ການ​ຮ່ວມ​ມື​ພາກ​ພື້ນ​ລະຫວ່າງ​ບັນ​ດາ​ປະ​ເທດ​ມີ​ຊາຍ​ແດນ​ຮ່ວມ​ໃນ​ການ​ປ້ອງ​ກັນ​ການ​ຕິດ​ແປດ HIV.

ຂ່າວ/ບົດ​ອື່ນ