ເພີ່ມທະວີການປ່ຽນໃໝ່ໂຄສະນາແລະຍົກສູງຄຸນນະພາບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ

ເພີ່ມທະວີການປ່ຽນໃໝ່ໂຄສະນາແລະຍົກສູງຄຸນນະພາບວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດ - ảnh 1
ທ່ານ ຟ້າ​ມວັນ​ລິງ ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ
(ພາບ: ອິນເຕີແນັດ)

(vovworld) – ຕອນ​ເຊົ້າ​ວັນ​ທີ 4/11 ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະ​ນະ​ສຶກສາ​ສູນ​ກາງ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ວຽກ​ງານ​ຖະ​ແຫລງ​ຂ່າວ​​ໃຫ້ຕ່າງປະ​ເທດ​ສົມທົບ​ກັນ​ຈັດ​ຕັ້ງ​ ກອງ​ປະຊຸມ​ຝຶກ​ອົບຮົມວຽກ​ງານ​ຖະ​ແຫຼງຂ່າວໃຫ້​ຕ່າງປະ​ເທດ ​ແລະ ຜັນ​ຂະຫຍາຍ​ດຳລັດ​ກ່ຽວ​ກັບ​​ການຄຸ້ມ​ຄອງການ​ເຄື່ອນ​ໄຫ​ວຖະ​ແຫຼ​ງຂ່າວ​ໃຫ້ຕ່າງປະ​ເທດ. ທີ່​ວາລະ​ປຶກສາ​ຫາລື, ທ່ານ ຟ້າ​ມວັນ​ລິງ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ຮອງ​ຜູ້​ປະຈຳການ​ຄະນະຊີ້​ນຳ​ວຽກ​ງານ​ຖະ​ແຫຼງຂ່າວ​ໃຫ້​ຕ່າງປະ​ເທດ​ເນັ້ນ​ໜັກ​ວ່າ:

        “​ໃນ​ສະພາບ​ການ​ປະຈຸ​ບັນ​ທີ່ໄດ້ ​ແລະ ພວມຜັນ​ແປ​ຢ່າງສັບສົນ, ​ຍາກ​ທີ່ຈະ​ຄາດ​ຄະ​ເນ​ໄວ້​ລ່ວງ​ໜ້າ, ສະພາບ​ການ​ຢູ່ພາຍ​ໃນ​ປະ​ເທດນັ້ນ ພ້ອມ​ມີ​ບັນດາ​ຄວາມ​ສະດວກ​ໂດຍ​ພື້ນ​ຖານ ຫໍ່ຍັງ​ມີ​ບັນດາ​ຄວາມທຸກ​ຍາກ, ສິ່ງ​ທ້າ​ທາຍ, ອັນ​ໄດ້ວາງ​ອອກ​ບັນດາ​ບັນຫາ​ໃໝ່, ຄວາມ​ຮຽກຮ້ອງ​ໃໝ່​ສຳລັບ​ພາລະກິດ​ປ່ຽນ​ໃໝ່, ພັດທະນາ​ປະ​ເທດຊາດ, ອັນ​ໄດ້ຮຽກຮ້ອງ​​ໃຫ້​ບັນດາ​ກຳລັງ​ປະຕິບັດ​ວຽກ​ງານ​ຖະ​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ​ຕ້ອງ​ສືບ​ຕໍ່​ປ່ຽນ​ໃໝ່, ​ເພີ່ມ​ທະວີ ​ແລະ ຍົກ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ຖະ​ແຫຼ​ງຂ່າວ​ໃຫ້ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ສຳ​ເລັດ​ໜ້າ​ທີ່​ຂອງ​ພັກ, ລັດ​ມອບ​ໝາຍ​ໃຫ້”.

ຂ່າວ/ບົດ​ອື່ນ