ເພີ່ມທະວີການຜັນຂະຫຍາຍປະສິດທິຜົນການຊີ້ນຳນຳພາຂອງພັກຕໍ່ວຽກງານຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ

ເພີ່ມທະວີການຜັນຂະຫຍາຍປະສິດທິຜົນການຊີ້ນຳນຳພາຂອງພັກຕໍ່ວຽກງານຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຫ​ງວຽນ​ຟູ​ຈ້ອງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
ພາບ:baomoi

(vovworld)- ກອງ​ປະ​ຊຸມ​ພະ​ນັກ​ງານ​ທົ່ວ​ປະ​ເທດ​ເພື່ອ​ຊາບ​ຊືມ, ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 46 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ ການ​ເພີ່​ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ຕໍ່​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ໃນ​ສະ​ພາບ​ການ​ໃຫມ່ ຊື່ງ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 16/7 ຢູ່ ຮ​່າ​ໂນ້ຍ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ຫ​ງວຽນ​ຟູ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່ ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ແລະ ທ່ານ​ເລ​ຮົ່ງ​ແອງ, ​ຜູ້​ປະ​ຈຳ​ການ​ຄະ​ນ​ະເລ​ຂາສູນ​ກາງ​ພັກ​ໄດ້​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ.

        ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ໄຈ້​ແຍກ, ເຮັດ​ແຈ້ງ​ການ​ຜັນ​ແປ​ຈຳ​ນວ​ນ​ຫນຶ່ງ​ຂອງ​ສະ​ພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ ແລະ ໂລກ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ການ​ນຳ​ຫລັກ​ແຫລ່ງ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ ປະ​ຕິ​ບັດ​ຄຳ​ສັ່ງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງ​ການ​ຫັນ​ປ່ຽນ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ແລະ ການ​ເຄື່ອນ​ໄຫວ​ໃນ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ, ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ປົກ​ປັກ​ຮັກ​ສາ​ພັກ, ລະ​ບອບ, ປະ​ຊາ​ຊົນ, ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

 

 

 

ຂ່າວ/ບົດ​ອື່ນ