ເພີ່ມທະວີການພັດທະນາເສດຖະກິດລະຫວ່າງວິສາຫະກິດຫວຽດນາມ - ໂອຕລິດ

ເພີ່ມທະວີການພັດທະນາເສດຖະກິດລະຫວ່າງວິສາຫະກິດຫວຽດນາມ - ໂອຕລິດ - ảnh 1
ເວທີປາໄສລະຫວ່າງຫວຽດນາມ - ສ.ໂອຕລິດ
( ພາບ: baohaiquan.vn )

( vovworld ) -   ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງທ່ານ​ປະທານ​ນາ​ທິບໍດີ​ສ.​ໂອ​ຕລິດ, ຕອນ​ບ່າຍ​ວັນ​ທີ 29/5, ຢູ່​ຮ່າ​ໂນ້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ​ໄດ້​ສົມທົບ​ກັບຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ສ.​ໂອ​ຕລິດ ຈັດ​ຕັ້ງ​​ເວທີ​ປາ​​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ​ໂອ​ຕລິດ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ Walter Koren, ຜູ້ອຳນວຍການ​ອົງ​ການການ​ຄ້າ​ສ.​ໂອ​ຕລິດ ​ໃຫ້​ຮູ້​ວ່າ, ສ.​ໂອ​ຕລິດ ​​ມີ​ການ​ພັດທະນາ​ດີ​ພາຍ​ໃນ​ກຸ່ມ​ບັນດາ​ປະ​ເທດ​ເອີ​ລົບ ​ແລະ ມີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ພັດທະນາທີ່​ຂະຫຍັນຂັນ​ເຄື່ອນ, ມີ​ພື້ນຖານ​ອຸດສາຫະກຳ​ໃຫຍ່. ​ເພາະສະ​ນັ້ນ, ​ເມື່ອ​ວິ​ສາ​ຫະກິດ​ຫວຽດນາມ ຮ່ວມ​ມື​ກັບສ.​ໂອ​ຕລິດ ຈະ​ແມ່ນ​​ເງື່ອນ​ໄຂ​ທີ່​ດີ​ໃນ​ການ​ຄົ້ນ​ຄ້ວາ ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກ​ໂນ​ໂລ​ຊີ… ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ ວົງ​ເງິນ​ສົ່ງ​ອອກ​ສອງ​ສົ້ນ​ສະ​ເລ່ຍເພີ່ມ​ຂຶ້ນ​ແຕ່ 15 – 20%, ປີ 2011 ບັນ​ລຸ​ເກືອບ 627 ລ້ານ USD ​ແລະ ​ໃນ 3 ​ເດືອນ​ຕົ້ນ​ປີ​ 2012 ບັນລຸ​ກ່ວາ 170 ລ້ານ USD. ບັນດາ​ວິ​ສາ​ຫະກິດສ.​ໂອ​ຕລິດ ຊອກ​ຫາ​ກາລະ​ໂອກາດ​ລົງ​ທຶນ​ຢູ່​ຫວຽດນາມ ​ແມ່ນ​​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ຊ່ວຍ​ໃຫ້ຜະລິດ​ຕະພັນ​ຂອງສ.​ໂອ​ຕລິດ ສາມາດ​​ແຊກ​ຊຶມເຂົ້າຕະຫຼາດ​ຂອງບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນຢ່າງ​ເລິກ​ເຊິ່ງ. ພ້ອມ​ກັນ​ນັ້ນ, ກໍ່ຊ່ວຍ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ຂອງສອງ​ປະ​ເທດ​ຫວຽດນາມ - ສ.​ໂອ​ຕລິດ ຊ່ວຍ​ໜູນ​ກັນ​ເພື່ອ​ເສີມ​ຂະຫຍາຍທ່າ​ແຮງ​ຂອງກັນ, ​ບັນດາ​ໂຄງການ​ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່ ​ແລະ ​ເປີດ​ກວ້າງ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ