ເພີ່ມທະວີການພົບປະແລກປ່ຽນມິດຕະພາບຊາວຫນຸ່ມຫວຽດນາມແລະສເກົາຫລີ

ເພີ່ມທະວີການພົບປະແລກປ່ຽນມິດຕະພາບຊາວຫນຸ່ມຫວຽດນາມແລະສເກົາຫລີ - ảnh 1
ບັນ​ດາ​ຜູ້​ແທນ​ຊາວ​ຫນຸ່ມ​ຫວຽດ​ນາມ​ໄປ​ສ​ເກົາ​ຫລີ​ເຂົ້າ​ຮ່ວມ
ການ​ພົບ​ປະ​ແລກ​ປ່ຽນ

(vovworld)-​​​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ພົບ​ປະ​ແລກ​ປ່ຽນ​ຊາວ​ຫນຸ່ມ, ກອງ​ທຶນ​ພົບ​ປະ​ແລກ​ປ່ຽນ​ສາ​ກົນ ຂອງ​ສ​ເກົາ​ຫລີ ໄດ້​ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ຮ່ວມ​ມື ແລະ​ ຮ່ຳ​ຮຽນ​ເອົາ​ບົດ​ຮຽນ​ຢູ່ ສ​ເກົ​າ​ຫລີ ສະ​ຫງວນ​ໃຫ້​ແກ່​ຄະ​ນະ​ຜູ້​ແທນ​ຊາວ​ຫນຸ່ມ ຫວຽດ​ນາມ ໃນ​ໄລ​ຍະ 15 ວັນ ແຕ່​ວັນ​ທີ 12-26/4/2015. ລາຍ​ການ​ໄດ້​ຮັບ​ການ​ປ​ະ​ຕິ​ບັດ​ພາຍ​ຫລັງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ຫວຽດ​ນາມ​ແລະ ສ​ເກົາ​ຫລີ ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ຊາວ​ຫນຸ່ມ​ສອງ​ປະ​ເທດກວ່າ​ອີກ ເພື່ອ​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ອາ​ລົມ​ຈິດ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ເມື່ອ​ເດືອນ 9/2013. ທ່ານ ຢ​ວານ​ຫືວ​ຫາວ, ຮອງ​ຫົວ​ຫນ້າ​ກົມ​ວຽກ​ງານ​ຊາວ​ຫນຸ່ມ, ສັງ​ກັດ​ກະ​ຊວງ​ພາຍ​ໃນ, ເປັນ​ຫົວ​ຫນ້າ​ຄະ​ນະ​ຊາວ​ຫນຸ່ມ​ຫວຽດ​ນາມເຂົ້າ​ຮ່ວມ​ການ​ພົບ​ປະ​ແລກ​ປ່ຽນ​ຄັ້ງນີ້​ໃຫ້​ຮູ້​ວ່າ: ຄະ​ນະ​ຈະ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ຄື: ຮັບ​ຟັງ​ບັ​ນ​ດາ​ບົດກ່ຽວ​ກັບ​ຫົວ​ເລື່ອງ “ກະ​ສິ​ກຳ ແລະ​ພັດ​ທະ​ນາ​ເສດ​ຖະ​ກິດ ສ​ເກົາ​ຫລີ”, “ຜູ້​ນຳ ແລະ ການ​ປະ​ຕິ​ຮູບ​ສັງ​ຄົມ​ກະ​ສິ​ກຳ”, “ບຳ​ລຸງ​ສ້າງ​ຜູ້​ເກັ່ງ​ກ້າ​ສາ​ມາດ​ໃນ​ຂົງ​ເຂດ​ສິນ​ໃນ​ນ້ຳ​ຂອງ ສ​ເກົາ​ຫລີ”. ຄະ​ນະ​ຈະ​ໄປ​ທັດ​ສະ​ນະ​ສຶກ​ສາ, ຖອດ​ຖອນ​ບົດ​ຮຽນ​ກ່ຽວ​ກັບ​ການກໍ່​ສ້າ​ງ​ຊົນ​ນະ​ບົດ​ໃຫມ່​ຢູ່​ບາງ​ທ້ອງ​ຖິ່ນ​ຂອງ ສ​ເກົາ​ຫລີ.

ຂ່າວ/ບົດ​ອື່ນ