ເພີ່ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ຜ່ານ​ການ​ຮ່ວມ​ມື​ດ້ານການ​ສຶກ​ສາ

(VOVWORLD) -ຕອນບ່າຍວັນທີ 4 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper.

ເພີ່ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ ຜ່ານ​ການ​ຮ່ວມ​ມື​ດ້ານການ​ສຶກ​ສາ - ảnh 1 ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນເຮັດວຽກກັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper
(ພາບ: ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ)

ໂດຍໄດ້ຮູ້ວ່າການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ແມ່ນການພົວພັນທີ່ພິເສດທີ່ສຸດ, ໃນນັ້ນມີການພົວພັນຮ່ວມມືດ້ານການສຶກສາ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ມີຄວາມປາດຖະໜາຢາກໃຫ້ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ໜູນຊ່ວຍເພື່ອປະຕິບັດໃຫ້ສຳເລັດການລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການໜູນຊ່ວຍພັດທະນາ, ຍົກສູງຄຸນນະພາບຮາກຖານການສຶກສາຂັ້ນມະຫາວິທະຍາໄລຢູ່ ຫວຽດນາມ ລະຫວ່າງ  ອົງການ USAID, ອາເມລິກາ ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໜູນຊ່ວຍວິວັດການພັດທະນາ ມະຫາວິທະຍາໄລ Fulbright ຫວຽດນາມ, ໜູນຊ່ວຍການປະຕິບັດໂຄງການເຊື່ອມຕໍ່ບຳລຸງສ້າງ, ຍົກສູງຄຸນນະພາບໃນການສິດສອນພາສາອັງກິດ ຢູ່ ຫວຽດນາມ, ສ້າງກຸ່ມເຮັດວຽກລະຫວ່າງນັກວິທະຍາສາດ ສອງປະເທດ ເພື່ອພ້ອມກັນແລກປ່ຽນ, ພັດທະນາກຳລັງຄວາມສາມາດ…

ສ່ວນທ່ານເອກອັກຄະລັດຖະທູດ Marc Knapper ເນັ້ນໜັກເຖິງ ໝາກຜົນທີ່ກ້າວກະໂດດຂັ້ນໃນການພົວພັນຮ່ວມມືດ້ານການສຶກສາ ລະຫວ່າງ ຫວຽດນາມ - ອາເມລິກາໃນໄລຍະຜ່ານມາ ແລະ ທ່ານຢັ້ງຢືນວ່າ: ການພົວພັນຮ່ວມມືດ້ານການສຶກສາ ແມ່ນເລື່ອງລາວທີ່ປະສົບຜົນສຳເລັດໃນການພົວພັນສອງຝ່າຍລະຫວ່າງອາເມລິກາ ແລະ ຫວຽດນາມ. ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຈະມານະພະຍາຍາມເພື່ອຟື້ນຟູ ແລະ ເພີ່ມຈຳນວນນັກຮຽນ, ນັກສຶກສາ ຫວຽດນາມ ມາຮ່ຳຮຽນຢູ່ ອາເມລິກາຕື່ມອີກ. ພ້ອມກັນນັ້ນ, ທ່ານໄດ້ເຈາະຈິ້ມຊຸກຍູ້ການຮ່ວມມືລະຫວ່າງ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກັບບັນດາຄູ່ຮ່ວມມືເອກະຊົນຢູ່ ອາເມລິກາ…

ຕອບກັບ

ຂ່າວ/ບົດ​ອື່ນ