ເພີ່ມທະວີການພົວພັນ ຫວຽດນາມ - ໂມຊຳບິກ ກ່ວາອີກ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ສ.ໂມຊຳບິກ Carlos Agostinho do Rosario ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 31 ກໍລະກົດ - ວັນທີ 3 ສິງຫາ 2017
ເພີ່ມທະວີການພົວພັນ ຫວຽດນາມ - ໂມຊຳບິກ ກ່ວາອີກ - ảnh 1ທີ່ການພົບປະເຈລະຈາ (ພາບ: VGP) 

ຕອນເຊົ້າວັນທີ 01 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນເຈົ້າພາບ ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ Carlos Agostinho do Rosario ແລະ ຄະນະຜູ້ແທນ ໂມຊຳບິກ ຢ່າງເປັນທາງການ. ທີ່ການພົບປະເຈລະຈາ, ການນຳ 2 ທ່ານເຫັນດີຮັກສາມູນເຊື້ອແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ; ພ້ອມກັນມານະພະຍາຍາມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ການຮ່ວມມືຢູ່ບັນດາພາກພື້ນ ແລະ ໃນໂລກ ບົນຫຼັກການເຄົາລົບກົດໝາຍສາກົນ, ແກ້ໄຂທຸກການຂັດແຍ້ງກັນດ້ວຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ໂມຊຳບິກ ສະໜັບສະໜູນ ຫວຽດນາມ ສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ (ອາຍຸການ 2020 - 2021) ແລະ ສະໜັບສະໜູນ ຫວຽດນາມ ສະໝັກເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ UNESCO (2017 - 2021).

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວາມືກັບ ໂມຊຳບິກ ໃນຫລາຍຂົງເຂດກ່ວາອີກ, ໃນນັ້ນ ມີຂົງເຂດການຄ້າ ແລະ ການລົງທຶນ.

ກ່ຽວກັບການຄ້າ, ຊຸກຍູ້ບັນດາມາດຕະການແກ້ໄຂ ເພື່ອບັນລຸຄາດໝາຍບັນລຸວົງເງິນການຄ້າລະຫວ່າງ 2 ປະເທດກ່ວາ 500 ລ້ານ USD ໃນໄລຍະຈະມາເຖິງຢ່າງວ່ອງໄວ, ນຳ ໂມຊຳບິກ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ຢູ່ອາຟຣິກາ ແລະ ຫວຽດນາມ ກາຍເປັນຂົວຕໍ່ຂອງ ໂມຊຳບິກ ຢູ່ອາຊີຕາເວັນອອກສ່ຽງໃຕ້. ກ່ຽວກັບການລົງທຶນ, ລັດຖະບານ 2 ປະເທດຊົມເຊີຍ Viettel ໄດ້ລົງທຶນ ບໍລິສັດໂທລະຄົມ Movitell ສຳເລັດຜົນ ປະກອບສ່ວນເຂົ້າການພົວພັນແທດຈິງລະຫວ່າງ 2 ປະເທດ”.

ທ່ານນາຍົກລັດຖະມົນຕີ ໂມຊຳບິກ Carlos Agostinho do Rosario ປາດຖະໜາວ່າ ຈະມີວິສາຫະກິດ ຫວຽດນາມ ຫລາຍແຫ່ງລົງທຶນເຂົ້າ ໂມຊຳບິກ.

        “ໃນຂົງເຂດກະສິກຳ ພວກຂ້າພະເຈົ້າ ແລກປ່ຽນການຮ່ວມມືໃນຂົງເຂດປູກເຂົ້າ, ນຳໃຊ້ວິທະຍາສາດເຕັກນິກ ເພື່ອຍົກສູງສະມັດຕະພາບ. ພວກຂ້າພະເຈົ້າກໍ່ປາດຖະໜາຢາກຮ່ຳຮຽນບົດຮຽນເອົາຂອງປະຊາຊົນ ຫວຽດນາມ ໃນການປູກເຂົ້ານາທາມ ແລະ ໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າການຜະລິດ. ພວກຂ້າພະເຈົ້າກໍ່ຂອບໃຈລັດຖະບານ ຫວຽດນາມ ທີ່ໄດ້ສະຫງວນທຶນສຶກສາໃຫ້ນັກສຶກສາ ໂມຊຳບິກ ຫລາຍຄົນຮ່ຳຮຽນຢູ່ ຫວຽດນາມ”.

                ພາຍຫລັງການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນ, ອະນຸລັກຮັກສາສັດພືດປ່າທຸກຊະນິດ ແລະ ລົງນາມໃນສັນຍາກ່ຽວກັບການບໍລິການຂົນສົ່ງທາງອາກາດລະຫວ່າງ ຫວຽດນາມ ແລະ ໂມຊຳບິກ.

ຕອບກັບ

ຂ່າວ/ບົດ​ອື່ນ