ເພີ່ມທະວີການພົວພັນ2ຝ່າຍລະຫວ່າງມາເລເຊຍ-ຫວຽດນາມ

ເພີ່ມທະວີການພົວພັນ2ຝ່າຍລະຫວ່າງມາເລເຊຍ-ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Dato’ Sri Mohd Najib Tun Razak
(ພາບ:
Asiatribue)

(vovworld) – ວັນ​ທີ 3/4, ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Dato’ Sri Mohd Najib Tun Razak ​ໄດ້​ເດີນທາງ​ມາ​ຮອດ ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 3 – 5/4, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ. ພິທີ​ຕ້ອນຮັບນາຍົກລັດຖະມົນຕີ ມາ​ເລ​ເຊຍ ​ຢ່າງ​ເປັນ​ທາງ​ການຈະ​ໄດ້​ຮັບ​ການຈັດ​ຕັ້ງ​​ໃນ​ຕອນ​ເຊົ້າ​ວັນ​ທີ 4/4, ຢູ່​ສຳນັກງານ​ປະທານ​ປະ​ເທດ.

    ​ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່​ມວນ​ຊົນ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ມາ​ເລ​ເຊຍ YB Dato’ Sri Anifah Aman ​ໃຫ້​ຮູ້​ວ່າ: ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​​ເພີ່ມ​ທະວີການ​ພົວພັນມິດຕະພາບ 2 ຝ່າຍ​ລະຫວ່າງ ມາ​ເລ​ເຊຍ ​ແລະ ຫວຽດນາມ​. ທ່ານ​ລັດຖະມົນຕີ​ຖື​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ກ່ວາ​ອີກ​ໃນ​ຄວາມ​ມານະ​ພະຍາຍາມ​ລວມ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື, ​ແລກປ່ຽນ​ການ​ຢ້ຽມຢາມ​ຄັ້ງ​ຕ່າງໆ​ລະຫວ່າງ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ກໍ່​ຄື​ການ​ພົວພັນ​ແລກປ່ຽນ​ປະຊາຊົນ​ລະຫວ່າງ 2 ປະ​ເທດ.

    ຕາມ​ທ່ານ​ລັດຖະມົນຕີ Anifah Aman ​ແລ້ວ, ​ໂດຍ​ແມ່ນ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະໜິດສະໜົມ ​ແລະ ​​ເປັນ​ສະມາຊິກ ອາ​ຊຽນ, ຫວຽດນາມ ​ແລະ ມາ​ເລ​ເຊຍ ອາດ​ຈະ​ສຸມ​ໃສ່​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ປະ​ເທດ​ຈະ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ກະສິກຳ.

    ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ຄວາມ​ມາ​ນະພະ​ຍາ​ຍາມ​ຂອງ ຫວຽດນາມ ​ໃນ​ການ​ຊອກ​ຫາ​ເຮືອບິນ​ຫາຍ​ສາບ​ສູນ MH370 ຂ​ອງບໍລິ​ສັດ​ການບິນ Malaysia Airlines, ທ່ານ​ລັດຖະມົນຕີ Anifah Aman ຢືນຢັນວ່າ: ມາ​ເລ​ເຊຍ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ຫວຽດນາມ ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບ, ​ແລະ ​ມານະ​ພະຍາຍາມ​​ເພື່ອ​ກຳນົດບ່ອນ​ທີ່​ເຮືອບິນ MH370 ຫາຍ​ສາບ​ສູນ, ນັບ​ແຕ່​ໄດ້​ຮັບ​ຂ່າວ​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ຕົກລົງ​ເຂດ​ທະ​ເລ​ຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ