ເພີ່ມທະວີການພົວພັນກັບຕ່າງປະເທດມີຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ ອາເມລິກາ

ເພີ່ມທະວີການພົວພັນກັບຕ່າງປະເທດມີຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ ອາເມລິກາ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຄົນ​ໃໝ່ John Kerry
(ພາບ: ອີນເຕີເນັດ)

(vovworld) - ​ໃນ​ບົດ​ກ່າວ​ປາ​ໄສ​ທຳ​ອິດ ກ່ຽວ​ກັບ​ທິດ​ທາງນະ​ໂຍບາຍ​ການ​ຕ່າງປະ​ເທດ ​ເມື່ອ​ວັນ​ທີ 20/2, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຄົນ​ໃໝ່ John Kerry ຢັ້ງຢືນ​ວ່າ​: ​ເພີ່​ມທະວີ​ການ​ລົງທຶນ​ໃຫ້ການ​ພົວພັນ​ຕ່າງປະ​ເທດ​ຈະ​ນຳ​ມາ​ເຊິ່ງບັນດາ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ ​ແລະ ຍາວ​ນານ​ໃຫ້​ແກ່​ປະ​ເທດ ອາ​​ເມ​ລິ​ກາ. ຕາມ​ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ແລ້ວ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ພື້ນຖານ​ເສດຖະກິດ​ພວມ​ພັດທະນາ, ​ຂະຫຍາຍບັນດາ​ຕະຫຼາດ​ໃໝ່ ​ໃຫ້​ແກ່​ບໍລິສັດ​ຕ່າງໆຂອງ ອາ​ເມ​ລິ​ກາ ບໍ່​ພຽງ​ແຕ່​ຊຸກຍູ້​ຄວາ​ມວັດທະນາ​ຖາວອນ, ສ້າງ​ວຽກ​ເຮັດ​ງານ​ທຳ​ຢູ່​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ຮັບປະກັນ​ຄວາມ​ສະຫງົບ​ປອດ​​ໃຫ້​ແກ່​ປະ​ເທດ ອາ​ເມ​ລິ​ກາ ອີກ​ດ້ວຍ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Kerry ​ຖື​ວ່າ​: ການ​ທ້າ​ທາຍ​ທີ່​ມີ​ຕໍ່​ພື້ນຖານ​ການ​ຕ່າງປະ​ເທດ​ຂອງ ອາ​ເມ​ລິ​ກາ ​ໃນ​ປະຈຸ​ບັນ​ບໍ່​ພຽງ​ແຕ່​ຂຶ້ນ​ກັບ​ບັນດາ​ນັກ​ການ​ທູດ ​ຫາກ​ໃນ​ເວທີ​ປາ​ໄສ​ຂອງສະພາ​ແຫ່ງ​ຊາດ ​ແລະ ບັນດາ​ນັກ​ສ້າງ​ກົດໝາຍ. ທ່ານ​ກ່າວ​ເຕື່ອນວ່າ: ຖ້າ​ຫາກ ສະພາ​ແຫ່ງ​ຊາດ ບໍ່​ມີ​ການ​ກະທຳ​ໃນ​ທັນທີ​ເພື່ອ​ຫຼີກ​ຫຼ້ຽງສະພາບ​ງົບປະມານ​ຂອງ​ສະຫະ​ລັດ​ໃນ​ປີ​ການ​ເງິນ   2013 ຖືກ​ຫຼຸດ​ລົງ​ເຖິງ 85 ຕື້ USD ​ນັບແຕ່​ວັນ​ທີ 1/3 ຈະ​ມາ​ເຖິງ​ນັ້ນ, ສິ່ງ​ດັ່ງກ່າວ​ຈະ​ມີ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ ​ເຖິງບັນດາ​ຄວາມ​ມານະ​ພະຍາຍາມ​ທາງ​ດ້ານການ​ຕ່າງປະ​ເທດ​ຂອງ ອາ​ເມ​ລິ​ກາ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Kerry ຢັ້ງຢືນ​ວ່າ: ປະ​ເທດ ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ໜູ​ນຊ່ວຍ​ໃຫ້​ແກ່​ຕ່າງປະ​ເທດ ຍ້ອນ​ວ່າການ​ເຄື່ອນ​ໄຫວ​ນີ້ ບໍ່​ພຽງ​ແຕ່​ປະກອບສ່ວນ​ສະກັດ​ກັ້ນ​ບັນດາ​ໄພ​ນາບ​ຂູ່​ຄວາມ​ສະຫງົບປອດ​ໄພ​ແຫ່ງ​ຊາດ ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​​ແຫຼ່ງຊັບ​ສິນ​ອັນ​ໃຫຍ່​ຫຼວງໃຫ້​ປະ​ເທດ ອາ​ເມ​ລິ​ກາ ອີກ​ດ້ວຍ, ນັ້ນ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື ​ແລະ ​ເພື່ອ​ນມິດ​ໃໝ່.

 

ຂ່າວ/ບົດ​ອື່ນ