ເພີ່ມ​ທະ​ວີ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ ລັດ​ຖະ​ສະ​ພາ ຫວຽດ​ນາມ - ໂດ​ມີ​ນີ​ກາ

(VOVWORLD) - ຄະນະຜູ້ແທນກຳມາທິການ ການຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫວູຫ໋າຍຮ່າ, ຫົວໜ້າກຳມາທິການເປັນຫົວຄ້າຄະນະ ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ໂດມີນີກາ ໃນລະຫວ່າງວັນທີ 18 – 20 ກໍລະກົດ 2024.
ເພີ່ມ​ທະ​ວີ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ ລັດ​ຖະ​ສະ​ພາ ຫວຽດ​ນາມ - ໂດ​ມີ​ນີ​ກາ - ảnh 1ທ່ານ ຫວູຫ໋າຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຫວຽດນາມ (ພາບ: TTXVN)

ທີ່ການພົບປະ ກັບການນຳ ສ.ໂດມີນີກາ, ທ່ານ ຫວູຫ໋າຍຮ່າ ຫົວໜ້າກຳມາທິການຕ່າງປະເທດ ເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງຄະນະຜູ້ຕາງໜ້າສະພາແຫ່ງຊາດ ຫວຽດນາມ ຢູ່ ສ.ໂດມີນີກາ, ເປີດພາກໃໝ່ໃນການພົວພັນລະຫວ່າງສອງອົງການນິຕິກຳ, ຜ່ານນັ້ນ ກໍ່ປະກອບສ່ວນເພີ່ມທະວີການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດ.

ການນຳ ສ.ໂດມີນີກາ ຢັ້ງຢືນຄວາມປາດຖະໜາຢາກເພີ່ມທະວີການພົວພັນລະຫວ່າງສອງປະເທດເວົ້າລວມ ແລະ ລະຫວ່າງສອງສະພາແຫ່ງຊາດເວົ້າສະເພາະ, ຜ່ານນັ້ນກໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.

ສອງຝ່າຍຖືວ່າ ປັດຈຸບັນການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າສອງຝ່າຍຢູ່ລະດັບສູງກ່ວາ 100 ລ້ານ USD/ປີ ແມ່ນຍັງບໍ່ທັນເໝາະສົມກັບການພົວພັນດ້ານການເມືອງອັນດີງາມກໍ່ຄືຄວາມສາມາດບົ່ມຊ້ອນຂອງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ