ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ

(VOVWORLD) - ວັນທີ 10 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ສິ້ນສຸດການຢ້ຽມຢາມລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການ.
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ - ảnh 1ທ່ານ ຟ້າມບີງມິງ ພົບປະກັບເຈົ້າຊາຍລາຊະອານາຈັກ ອັງກິດ Andrew ຢູ່ວັງ Buckingham

ທີ່ການພົບປະກັບເຈົ້າຊາຍລາຊະອານາຈັກ ອັງກິດ Andrew ຢູ່ວັງ Buckingham, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີງມິງ ປາດຖະໜາວ່າ ລາດຊະວົງ ອັງກິດ ຈະສືບຕໍ່ສະໜັບສະໜູນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອັງກິດ ໃຫ້ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ. ສ່ວນເຈົ້າຊາຍລາຊະອານາຈັກ ອັງກິດ Andrew ປາດຖະໜາວ່າ ລັດຖະບານ ຫວຽດນາມ ຈະສືບຕໍໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນ ອັງກິດ ຮ່ວມມື ແລະ ທຳມາຄ້າຂາຍຍາວນານຢູ່ ຫວຽດນາມ.

        ທີ່ການພົບປະກັບທ່ານປະທານສະພາສູງ ອັງກິດ Fowler, ທ່ານ ຟ້າມບີງມິງ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ອັງກິດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ກໍ່ສະເໜີສະພາແຫ່ງຊາດ ແລະ ສະມາຊິກລັດຖະສະພາ 2 ປະເທດ ເພີ່ມທະວີການຮ່ວມມືທັງ 2 ຝ່າຍ ແລະ ຫລາຍຝ່າຍ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ການພົບປະຢູ່ນອກບັນດາເວທີປາໄສລັດຖະສະພາຫລາຍຝ່າຍສຳຄັນຄື: IPU, ASEM…ສ່ວນທ່ານປະທານສະພາສູງ ອັງກິດ - ລອດ Fowler ຢືນຢັນວ່າ: ສະພາສູງ ອັງກິດ ສະໜັບສະໜູນການປັບປຸງ ແລະ ຍູ້ແຮງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ ແລະ ຜົນປະໂຫຍດຂອງປະຊາຊົນ.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອັງກິດ - ảnh 2ທ່ານ ຟ້າມບີງມິງ  ພົບປະກັບທ່ານປະທານສະພາສູງ ອັງກິດ Fowler

        ກ່າວຄຳເຫັນທີ່ເວທີປາໄສເສດຖະກິດ ຫວຽດນາມ - ອັງກິດ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືການຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນກັບ ອັງກິດ ແມ່ນເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ສ່ວນທ່ານລັດຖະມົນຕີຮັບຜິດຊອບການຄ້າ ແລະ ທູດພິເສດການຄ້າກ່ຽວກັບ ຫວຽດນາມ ຂອງນາຍົກລັດຖະມົນຕີ ອັງກິດ ໄດ້ສົ່ງເສີມບັນດາວິສາຫະກິດ ອັງກິດ ຊອກຮູ້ບັນດາກາລະໂອກາດຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ