ເພີ່​ມທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດທີ່ພວມພັດທະນາຢ່າງດີງາມທີ່ສຸດ, ພິເສດແມ່ນວົງເງິນການຄ້າສອງສົ້ນໃນຊຸມເດືອນຕົ້ນປີ ຍັງຄົງສືບຕໍ່ເຕີບໂຕຢ່າງແຮງ: ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີ ກໍຢັ້ງຢືນວ່າ ສອງຝ່າຍຍັງມີຄວາມບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.
ເພີ່​ມທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອົດ​ສະ​ຕາ​ລີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອົດສະຕາລີ Robyn Mudie

  ຕອນບ່າຍວັນທີ 15 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອົດສະຕາລີ Robyn Mudie. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດທີ່ພວມພັດທະນາຢ່າງດີງາມທີ່ສຸດ, ພິເສດແມ່ນວົງເງິນການຄ້າສອງສົ້ນໃນຊຸມເດືອນຕົ້ນປີ ຍັງຄົງສືບຕໍ່ເຕີບໂຕຢ່າງແຮງ: ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ທ່ານນາຍົກລັດຖະມົນຕີ ກໍຢັ້ງຢືນວ່າ ສອງຝ່າຍຍັງມີຄວາມບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ.

        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງຝ່າຍ ຜັນຂະຫຍາຍໂຄງການເຄື່ອນໄຫວ ຫວຽດນາມ - ອົດສະຕາລີ ໄລຍະ 2020 – 2023 ຢ່າງມີປະສິດທິຜົນ; ຍູ້ແຮງການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ; ທ່ານສະເໜີໃຫ້ Canberra ພິຈາລະນາການເປີດປະຕູຕະຫຼາດໃຫ້ບາງຜະລິດຕະພັນກະເສດ - ສິນໃນນ້ຳສົ່ງອອກຂອງຫວຽດນາມ; ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອົດສະຕາລີ, ເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ ແລະ ສືບຕໍ່ໃຫ້ບຸລິມະສິດຕໍ່ການຊ່ວຍເຫຼືອການພັດທະນາຂອງ ຫວຽດນາມ ຢ່າງເປັນທາງການ.

       ສ່ວນທ່ານນາງເອກອັກຄະລັດຖະທູດ Robyn Mudie ຢັ້ງຢືນວ່າ ອົດສະຕາລີ ຈະສືບຕໍ່ຊ່ວຍເຫຼືອຫວຽດນາມ ກ່ຽວກັບວັກຊິນກັນພະຍາດໂຄວິດ - 19, ອຸປະກອນການແພດ ແລະ ຍົກສູງກຳລັງຄວາມສາມາດດ້ານສາທາລະນະສຸກ. ທ່ານເອກອັກຄະລັດຖະທູດກໍໃຫ້ຮູ້ວ່າ ອົດສະຕາລີ ຖືເປັນສຳຄັນທີ່ສຸດ ແລະ ປາດຖະໜາຢາກຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ກັບ ຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່ໃນອະນາຄົດໃກ້ໆນີ້.



ຕອບກັບ

ຂ່າວ/ບົດ​ອື່ນ