ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອີ​ຕາ​ລີ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ທາງລັດຖະກິດ ອີຕາລີ, ວັນທີ 26 ກໍລະກົດ, ຢູ່ນະຄອນຫຼວງ Rome, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະກັບທ່ານນາງ ນາຍົກລັດຖະມົນຕີ ອີຕາລີ Giorgia Meloni.
ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອີ​ຕາ​ລີ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານນາງ ນາຍົກລັດຖະມົນຕີ ອີຕາລີ Giorgia Meloni (ພາບ: VOV)

ທີ່ການພົບປະ, ການນຳສອງທ່ານໄດ້ແລກປ່ຽນຢ່າງຮອບດ້ານກ່ຽວກັບການຮ່ວມມືສອງປະເທດ ແລະ ເຫັນດີເປັນເອກະພາບມາດຕະການແທດຈິງ, ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ. ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນລະຫວ່າງກະຊວງ, ຂະແໜງການ, ທ້ອງຖິ່ນ. ການນຳສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ອະນຸລັກຮັກສາມໍລະດົກວັດທະນະທຳ, ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຢູ່ບັນດາອົງການ, ເວທີປາໄສສາກົນ.

ແລະກໍ່ໃນວັນດຽວກັນ, ຢູ່ນະຄອນຫຼວງ Rome ຂອງອີຕາລີ, ທ່ານປະທານປະເທດ ຫວໍວັນເຖືອງໄດ້ພົບປະກັບທ່ານປະທານສະພາສູງ ອີຕາລີ Ignazio La Russa, ປະທານສະພາຕ່ຳ Lorenzo Fontana ແລະ ທ່ານ Roberto Gualtieri ເຈົ້າຄອງນະຄອນຫຼວງ Rome.

ຕອບກັບ

ຂ່າວ/ບົດ​ອື່ນ