ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ສ.ເກົາຫຼີ

(VOVWORLD) - ວັນທີ 19 ຕຸລາ, ຄະນະກຳມະການຮ່ວມມືລວມ ອາຊຽນ - ສ.ເກົາຫຼີ (AKJCC) ໄດ້ຈັດກອງປະຊຸມປະຈຳໄລຍະຄັ້ງທີ 7 ພາຍໃຕ້ຮູບການທາງອອນລາຍ.
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ສ.ເກົາຫຼີ - ảnh 1 ກອງປະຊຸມປະຈຳໄລຍະຄັ້ງທີ 7 ພາຍໃຕ້ຮູບການທາງອອນລາຍ

ທີ່ກອງປະຊຸມ, ສ.ເກົາຫຼີ ໄດ້ເນັ້ນໜັກເຖິງການສະໜັບສະໜູນການຮ່ວມມືຫລາຍຝ່າຍ, ຖືເປັນສຳຄັນການພົວພັນກັບ ອາຊຽນ, ສະໜັບສະໜູນ ອາຊຽນ ເສີມຂະຫຍາຍບົດບາດເປັນໃຈກາງໃນວິວັດການຮ່ວມມື ແລະ ຮ່ວມສຳພັນພາກພື້ນ, ໃຫ້ຄຳໝັ້ນສັນຍາຊຸກຍູ້ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ຂອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in, ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນບັນດາກົນໄກ ແລະ ເວທີປາໄສຮ່ວມມືພາກພື້ນສຳຄັນຂອງ ອາຊຽນ ຄື ອາຊຽນ+1, APT, EAS, ARF ແລະ ADMM+…, ປາດຖະໜາຢາກຍູ້ແຮງການຮ່ວມມືກັບ ອາຊຽນ ຜັນຂະຫຍາຍເອກະສານທັດສະນະຂອງ ອາຊຽນ ກ່ຽວກັບ ອິນເດຍ - ປາຊີຟິກ.

        ກ່ຽວກັບການກຳນົດທິດໃຫ້ແກ່ການຮ່ວມມືໃນໄລຍະຈະມາເຖິງ, ອາຊຽນ ແລະ ສ.ເກົາຫຼີ ຢັ້ງຢືນຄຳໝັ້ນສັນຍາ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ສ.ເກົາຫຼີ ໃຫ້ດີກ່ວາອີກ, ປະຕິບັດບັນດາຖະແຫຼງການຮ່ວມຂອງການນຳຂັ້ນສູງໃຫ້ມີປະສິດທິຜົນ. 2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ໃນການຜັນຂະຫຍາຍປະຕິບັດແຜນການດຳເນີນງານ ອາຊຽນ - ສ.ເກົາຫຼີ ໄລຍະປີ 2021 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ