ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ້າງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ

(VOVWORLD) -ຕອນເຊົ້າວັນທີ 29 ກໍລະກົດ,ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກະຊວງພາຍໃນ ແລະ ສື່ສານ ຍີ່ປຸ່ນ Junji Suzuki  ມາຢ້ຽມຢາມ ແລະ ເຮັດວຽກຢູູ່ຫວຽດນາມ.
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ້າງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ   - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ຕ້ອນຮັບທ່ານລັດຖະມົນຕີຮັບຜິດຊອບກະຊວງພາຍໃນ ແລະ ສື່ສານ ຍີ່ປຸ່ນ Junji Suzuki (ພາບ: VGP)

 ຕາມທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງແລ້ວ, ຍີ່ປຸ່ນ ແມ່ນໜຶ່ງໃນບັນດາປະເທດເພື່ອນມິດສະໜິດສະໜົມທີ່ສຸດ, ແມ່ນຄູ່ຮ່ວມມືສະໜອງທຶນ ODA ຫຼາຍທີ່ສຸດໃຫ້ແກ່ ຫວຽດນາມ ດ້ວຍຈໍານວນທຶນຮັບປະກັນກວ່າ 30 ຕື້ USD; ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ຢືນອັນດັບທີ 2 ດ້ວຍ 4.150 ໂຄງການ ແລະ ລວມຍອດທຶນຈົດທະບຽນບັນລຸກວ່າ 57 ຕື້ USD... ທ່ານ ເຈືອງຮວ່າບິ່ງ ເຊື່ອໝັ້ນວ່າ ບົນພື້ນຖານບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືທີ່ໄດ້ລົງນາມເມື່ອປີ 2013, ອົງການກວດກາລັດຖະບານຫວຽດນາມ ແລະ ກະຊວງພາຍໃນ ແລະ ສື່ສານ ຍີ່ປຸ່ນ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ແທດຈິງ, ມີປະສິດທິຜົນ, ປະກອບສ່ວນຊຸກຍູ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ຫວຽດນາມ-ຍີ່ປຸ່ນໃຫ້ດີກວ່າອີກ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຍັງສະເໜີໃຫ້ທັງສອງຝ່າຍ ສືບຕໍ່ລົງນາມໃນບັນດາໂຄງການຮ່ວມມື ພ້ອມທັງປາດຖະໜາວ່າ: ຝ່າຍ ຍີ່ປຸ່ນ ຈະຮັບແຮງງານ, ນັກຄົ້ນຄວ້າ, ນັກສຶກສາ ຫວຽດນາມ ໄປຍັງ  ຍີ່ປຸ່ນ ຫຼາຍກວ່າອີກ. ນີ້ແມ່ນແຫຼ່ງກໍາລັງທີ່ໃຫຍ່ຫຼວງ ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ