ເພີ່ມທະວີການພົວພັນທີ່ເປັນມູນເຊື້ອ ຫວຽດນາມ - ໂມໂຣໂກ

(VOVWORLD) - ການນຳສະພາແຫ່ງຊາດ ໂມໂຣໂກ ລ້ວນແຕ່ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືກັບ ຫວຽດນາມ.
ເພີ່ມທະວີການພົວພັນທີ່ເປັນມູນເຊື້ອ ຫວຽດນາມ - ໂມໂຣໂກ - ảnh 1ທີ່ການສົນທະນາ ແລະ ເຮັດວຽກ
(ພາບ: TTXVN)

ແຕ່ວັນທີ 29 ພຶດສະພາ - 03 ມິຖຸນາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ, ໂດຍທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຫງວຽນຈ້ອງເງັ້ຍ ນຳໜ້າ, ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ໂມໂຣໂກ.

ທີ່ບັນດາການສົນທະນາ ແລະ ເຮັດວຽກ, ການນຳສະພາແຫ່ງຊາດ ໂມໂຣໂກ ລ້ວນແຕ່ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືກັບ ຫວຽດນາມ. ທ່ານປະທານສະພາສູງ ໂມໂຣໂກ Enaam Mayara, ຢືນຢັນວ່າ, ການຢ້ຽມຢາມຂອງທ່ານ ຫງວຽນຈ້ອງເງັ້ຍ ມີຄວາມໝາຍສຳຄັນ, ແມ່ນໂອກາດເພື່ອຫວນຄືນການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ ແລະ ບັນດາຜົນງານຕັ້ງໜ້າໃນການພົວພັນຂອງ 2 ປະເທດ. ທ່ານໃຫ້ຮູ້ວ່າ, ໂມໂຣໂກ ພ້ອມແລ້ວຈະຕ້ອນຮັບບັນດາວິສາຫະກິດ, ນັກລົງທຶນຂອງ ຫວຽດນາມ ມາຊອກຫາຕະຫຼາດ, ຊອກຫາໂອກາດລົງທຶນໃນຂົງເຂດເສດຖະກິດ, ການຄ້າ.

ໃນຂະນະນັ້ນ, ທ່ານຮອງປະທານສະພາສູງ ໂມໂຣໂກ Nadia Touhami, ສະເໜີການແຮກສ່ຽວລະຫວ່າງນະຄອນ Casablanca ແລະ ນະຄອນ ໂຮ່ຈີມິນ, ເພີ່ມທະວີການຮ່ວມມືໃຕ້-ໃຕ້ ເພື່ອຮັບມືກັບບັນດາສິ່ງທ້າທາຍຍ້ອນການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ