ເພີ່ມທະວີການພົວພັນປ້ອງກັນປະເທດ ຫວຽດນາມ - ອາເມລິກາ

ເພີ່ມທະວີການພົວພັນປ້ອງກັນປະເທດ ຫວຽດນາມ - ອາເມລິກາ - ảnh 1
ທ່ານ ພົນ​ໂທ ​ໂດ​ບ໋າ​ຕິ ແລະ ພົນ​ເອກ Martin E. Dempsey

(vovworld) – ຄະນະ​ຜູ້​ແທນການ​ທະຫານ​ຂັ້ນ​ສູງ ຫວຽດນາມ ​ໂດຍ​ທ່ານ ພົນ​ໂທ ​ໂດ​ບ໋າ​ຕິ, ຫົວໜ້າ​ເສນາ​ທິການ​​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ນຳ​ໜ້າ​ໄດ້​ມີ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ພົນ​ເອກ Martin E. Dempsey, ປະທານ​ສະພາ​ເສ​ນາ​ທິການ​ທະຫານ​ປະສົມ ອາ​ເມ​ລິ​ກາ. ນີ້​ເປັນ​ຄັ້ງ​ທຳ​ອິດ ມີຫົວໜ້າ​ເສນາ​ທິການ​​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ.ພາຍຫຼັງ​ພິທີ​ຕ້ອນຮັບ​ຄະນະ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 21/6, ພົນ​ໂທ ​ໂດ​ບ໋າ​ຕິ ​ແລະ ພົນ​ເອກ Martin E. Dempsey ​ໄດ້​ດຳ​ເນີນ​ການ​ເຈລະຈາ. 2 ຝ່າຍ​ເປັນ​ເອກະ​ພາບ​ກັນ​ສືບ​ຕໍ່​ຮ່ວມ​ມື​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ສົງຄາມ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ພ້ອມ​ກັນ​ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ, ກ່ອນ​ອື່ນ​ໝົດ​ແມ່ນ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື (ADMM+). ທ່ານ Dempsey ສະໜັບ​ສະໜູນ​ບັນດາ​ຝ່າຍ​ກ່ຽວ​ຂ້ອງ​ແກ້​ໄຂ​ການ​ພິພາດ​ດ້ວຍມາດຕະການໂດຍ​ສັນຕິ​ວິທີ, ​ປະຕິບັດ​ກົດໝາຍ​ສາກົນ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ 1982, ​ແລະ ຫວັງ​ວ່າ ອາ​ຊຽນ - ຈີນ ຈະ​ສ້າງ​ປະມວນ​ລະບຽບກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ພົນ​ໂທ ​ໂດ​ບ໋າ​ຕິ ​ໄດ້​ເຂົ້າ​ຢ້ຽມ​ຂຳ່ນັບ​ສະມາຊິກ​ສະພາ​ສູງ ທ່ານ John McCain ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ, ຢ້ຽມຢາມ ມະຫາວິທະຍາ​ໄລ​ປ້ອງ​ກັນ​ປະ​ເທດ ​ແລະ ບາງ​ກົມກອງທະຫານ ຂອງ ອາ​​ເມ​ລິ​ກາ.

 

ຂ່າວ/ບົດ​ອື່ນ