ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ​ໃຫ້ຫຼາຍ​ກ່​ວາ​ອີກ

(VOVWORLD) -  ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີໄດ້ມາຢ້ຽມຢາມ ຫວຽດນາມໃນລະຫວ່າງວັນທີ 31 ຕຸລາ - 4 ພະຈິກ
ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ​ໃຫ້ຫຼາຍ​ກ່​ວາ​ອີກ - ảnh 1ການເຈລະຈາລະຫວ່າງ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ  Park Byeong Seug

ຕອນບ່າຍວັນທີ 2 ພະຈິກ, ກ່າວຄຳເຫັນທີ່ການເຈລະຈາ ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໃຫ້ຮູ້ວ່າ: ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະ ພ້ອມກັບທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ແລະ ສະພາແຫ່ງຊາດ ສ.ເກົາຫຼີ ສືບຕໍ່ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງສະພາແຫ່ງຊາດໃຫ້ຫຼາຍກ່ວາອີກ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ: ຫວຽດນາມຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ ສ.ເກົາຫຼີ, ຖື ສ.ເກົາຫຼີແມ່ນຄູ່ຮ່ວມມືສຳຄັນ, ຍາວນາມ. ກ່ຽວກັບການຮ່ວມມືໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທ່ານນາງ ຫງວຽນທິກິມເງິນໃຫ້ຮູ້ວ່າ ສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນ ລັດຖະບານສອງປະເທດ ມີການຮ່ວມມືໃນຂົງເຂດນີ້, ເໝາະສົມກັບຄວາມຕ້ອງການ ແລະ ຜົນປະໂຫຍດຂອງສອງຝ່າຍ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນໄດ້ຊົມເຊີຍນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່ ຂອງສ.ເກົາຫຼີ ເຊິ່ງໄດ້ເອົາໃຈໃສ່ເປັນພິເສດເຖິງການຊຸກຍູ້ການຮ່ວມມືກັບບັນດາປະເທດອາຊຽນ ດ້ວຍຈຸດສຸມແມ່ນ ຫວຽດນາມ.

ທີ່ການເຈລະຈາ, ການນຳສອງທ່ານໄດ້ຢັ້ງຢືນຄວາມສຳຄັນ ຂອງການຮັກປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີຕາມກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982), ເຫັນດີເປັນເອກະພາບສືບຕໍ່ຮັກສາການພົວພັນ, ພົບປະຂັ້ນສູງດ້ວຍຫຼາຍຮູບແບບຢ່າງມີໄຫວພິບ, ເໝາະສົມໃນສະພາບເກີດໂລກລະບາດ Covid – 19, ສ້າງສະພາບແວດລ້ອມຢ່າງສະດວກເພື່ອປະຕິບັດເປົ້າໝາຍຄວບຄູ່ທັງປ້ອງກັນຕ້ານໂລກລະບາດ, ທັງພັດທະນາເສດຖະກິດ - ສັງຄົມ, ນຳການພົວພັນລະຫວ່າງສອງປະເທດໃຫ້ກັບຄືນສູ່ສະພາບການທີ່ເປັນປົກກະຕິໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ