ເພີ່ມທະວີການພົວພັນມິດຕະພາບຫວຽດນາມ-ອຸເບກິດສຖານ

ເພີ່ມທະວີການພົວພັນມິດຕະພາບຫວຽດນາມ-ອຸເບກິດສຖານ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 22/08, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດ​ຕະພາບ​ຫວຽດນາມ - ອຸ​ເບກິດສຖານ, ສະຫະພັນ​ບັນ​ດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ພິທີ​ສະ​​ເຫຼີມສະຫຼອງ 24 ປິ​ແຫ່ງ​ວັ​ນປະກາດ​ເອກະລາດ​ສ.ອຸ​ເບກິດສຖານ (01/09/1991 – 01/09/2015) ​ແລະ 70 ປີ​ແຫ່ງ​ວັນຊາດ ສສ.ຫວຽດນາມ (02/091945 – 02/09/2015). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອຸ​ເບກິດສຖານ ​ເລືອ​ງຟານ​ເກີ ​ໃຫ້​ຮູ້​ວ່າ, ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ປ​ະກອບ​ສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື, ມຸ່ງ​​ໄປເຖິງ​ອະນາຄົດ​ທີ່​ວັດ​ຖະນາ​ຖາ​ວອນ​ຂອງ 2 ປະ​ເທດ. ສ່ວນຜູ້​ຕາງໜ້າ ສະຖານກົງສູນອຸ​ເບກິດສຖານ ປະຈຳ​ຫວຽດນາມ ​​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ໃນ​ໄລ​ຍະ​ຜ່ານ​ມາ ​ແລະ ຢືນຢັນ​ວ່າ ຈະ​ສືບ​ຕໍ່ສະ​ໜັບ​ສະ​ໜູນ, ຮ່ວມ​ມື​ກັບ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອຸ​ເບກິດສຖານ, ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ແນ​ໃສ​່ປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ສາມັກ​ຄີ​ມິດຕະພາບລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ