ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືລະຫວ່າງຫວຽດນາມແລະແດນມາກກ່ວາອີກ

ເພີ່ມທະວີການພົວພັນມິດຕະພາບແລະການຮ່ວມມືລະຫວ່າງຫວຽດນາມແລະແດນມາກກ່ວາອີກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​
ໃຫ້ການ​ຕ້ອນຮັບ​ທ່ານ Kristian Jensen

(vovworld) - ຕອນ​ບ່າຍ​ວັນ​ທີ 10/10 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໃຫ້ການ​ຕ້ອນຮັບ​ທ່ານ Kristian Jensen ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແດນ​ມາກ ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນຊວນ​ຟຸກ ຕີ​ລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ຍັງ​ໃຫຍ່​ຫລວງ​ຢູ່. ຫວຽດນາມ ຈະ​ຍົກ​ອອກ​ມາ​ບັນຊີ​ລາຍ​ຊື່​ບັນດາ​ຂົງ​ເຂດ​ບຸລິມະສິດ​ດຶງ​ດູດ​ກາ​ນລົງທຶນ ​ແລະ ການ​ຮ່ວມ​ມື, ພ້ອມ​ທັງ​ປາດ​ຖະໜາ​ວ່າ ​ແດນ​ມາກ ຈະໜູນ​ຊ່ວຍ, ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ໃນ​ບັນດາ​ຂົງ​ເຂດ ​ເຊິ່ງ ​ແດນ​ມາກ ມີ​ທ່າ​ແຮງ​ຄື: ພະລັງງານ​ຂຽວ, ພະລັງງານ​ຜະລິດ​ຄືນ​ໃໝ່, ສາທາລະນະ​ສຸກ… ທ່ານ​ນາຍົກລັດຖະມົນຕີ ປາດ​ຖະໜາ​ຢາກ​ຮ່ວມ​ມືຫລາຍ​ກ່ວາກັບ​ບັນດ​າວິ​ສາ​ຫະກິດ ​ແດນ​ມາກ ​ເຊິ່ງຍາມ​ໃດ​ກໍ່​ມີ​ສະຕິ​ຮັກສາ​ສິ່ງ​ແວດ​ລ້ອມ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

        ກ່ອນ​ໜ້າ​ນັ້ນ ທີ່​ການ​ພົບ​ປະ​ເຈລະຈາ​ລະຫວ່າງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບີ​ງມິ​ງ ກັບ ທ່ານ Kristian Jensen ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແດນ​ມາ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສຶບຕໍ່​ສົ່ງ​ເສີມ​ ​ແລະ ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ ເພີ່ມທະວີ​ການ​ພົບ​ປະ, ຊອກ​ຮູ້​ຕະຫລາດ, ຮ່ວມ​ມື​ນຳ​ກັນ. 2 ຝ່າຍ​ກໍ່​ຊຸກຍູ້​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ຢ່າງ​ເປັນ​ທາງ​ການ​ລະຫວ່າງ ຫວຽດນາມ - ສະຫະພາບ ​ເອີ​ລົບ ​ໂດຍ​ໄວ, ສ້າງ​ຄວາມ​ສະດວກ ​ເພື່ອ​ເປີດ​ກ້ວາງ​ການ​ຮ່ວມ​ມື ​ແລະ ການ​ຄ້າ, ການ​ລົງທຶນລະຫວ່າງ 2 ຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ຫວັງ​ວ່າ: 2 ຝ່າຍ​ຈະ​ຜັນ​ຂະຫຍາຍ​ການ​ເຄື​່ອນ​ໄຫວ​ຮ່ວມ​ມື​ລະອຽດ​ໂດຍ​ໄວ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ເຂດ​ທະ​ເລ, ສ້າງ​ກົນ​ໄກ​, ​ແບ່ງປັນ​ບົດຮຽນ ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ຮ່ວມ​ມືເຊື່ອ​ມຕໍ່, ພັດທະນາ​ພື້ນຖານ​ໂຄງ​ລ່າງ, ການສຶກສາ…

        ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​​ຮອງນາ​ຍົກ​ລັດຖະມົ​ໄນ​ຕີ, ລັດຖະມົນຕີການ​ຕ່າງປະ​ເທດ ຟ​້າມບີ​ງມິ​ງ ​ແລະ ທ່ານ Kristian Jensen ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແດນ​ມາກ ​ເນັ້ນ​ໜັກ​ວ່າ: ຄວນ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນ​ດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົ​ດໝາຍ​ສາກົນ, ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົ​ງ, ຄວາມ​ເສລີ​ໃນ​ການ​​ເດີນ​ທະ​ເລ, ການບິນ ​ແລະ ການ​ແລກປ່ຽນດ້ານ​ການ​ຄ້າ​ບົນ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ