ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) -ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn, ທ່ານລັດຖະມົນຕີບຸຍແທັງເຊີນ ສະເໜີ ທ່ານ Prak Sokhonn ສືບຕໍ່ເອົາໃຈໃສ່, ໜູນຊ່ວຍແກ້ໄຂຄວາມຫຍຸ້ງຍາກ, ໃນນັ້ນມີລະບຽບການຖືສັນຊາດໃຫ້ແກ່ຊາວກຳປູເຈຍທີ່ມີເຊື້ອຊາດຫວຽດນາມ ອາໄສຢູ່ກຳປູເຈຍ. 

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມວົງແຄບ ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ກອງປະຊຸມສະພາປະສານງານ ອາຊຽນຄັ້ງທີ 32 ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ວັນທີ 3 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Enrique A. Manalo  ແລະ ທ່ານລັດຖະມົນຕີການຕາງປະເທດ ມາເລເຊຍ Dato Seri Zambry Abdut Kadir. ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn, ທ່ານລັດຖະມົນຕີບຸຍແທັງເຊີນ ສະເໜີ ທ່ານ Prak Sokhonn ສືບຕໍ່ເອົາໃຈໃສ່, ໜູນຊ່ວຍແກ້ໄຂຄວາມຫຍຸ້ງຍາກ, ໃນນັ້ນມີລະບຽບການຖືສັນຊາດໃຫ້ແກ່ຊາວກຳປູເຈຍທີ່ມີເຊື້ອຊາດຫວຽດນາມ ອາໄສຢູ່ກຳປູເຈຍ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້ການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ ໃນທຸກຊ່ອງທາງ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ຍູ້ແຮງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ມານະພະຍາຍາມຟື້ນຟູການທ່ອງທ່ຽວ; ຊຸກຍູ້ການເຈລະຈາມຸ່ງໄປເຖິງການປະຕິບັດສຳເລັດວຽກງານຂີດສັ້ນປັກຫຼັກໝາຍຊາຍແດນ ສຳລັບ 16%ເສັ້ນຊາຍແດນທາງບົກທີ່ຍັງເຫຼືອລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ