ເພີ່ມທະວີການພົວພັນສອງຝ່າຍຫວຽດນາມ - ສເກົາຫຼີໃນສະພາບການໃໝ່

ເພີ່ມທະວີການພົວພັນສອງຝ່າຍຫວຽດນາມ - ສເກົາຫຼີໃນສະພາບການໃໝ່ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 3/11, ຢູ່​ຮ່າ​ໂນ້ຍ, ສະພາ​ມະຫາບັນ​ດິດວິທະຍາສາດ​ສັງຄົມ​ຫວຽດນາມ ສົມທົບ​ກັບ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ ສ​ເກົາຫຼີ ຈັດ​ຕັ້ງການ​ສຳ​ມະ​ນາ​ວິທະຍສາດ “ສະຖານະ​ການ​ຍຸດ​ທະ​ສາດ​ຢູ່​ອາຊີ - ປາຊີ​ຟິກ ​ແລະ ​ແບບ​ວິທີ​ເພີ່ມ​ທະວການ​ພົວພັນ​ສອງ​ຝ່າຍ​ຫວຽດນາມ - ​ເກົາຫຼີ“. ທີ່​ການ​ເຈລະຈາ, ບັນດາ​ນັກວິທະຍາສາດ​ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ເລື່ອງ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ສ​ເກົາຫຼີ ​ໃນ​ສະພາບ​ການ​ໃໝ່. ດຣ. ຮ່ວາງ​ມິ​ງຮັ່ງ, ສະ​ຖາ​ບັນ​ຄົ້ນ​ຄ້ວາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ສະພາ​ມະຫາບັນດິດ​ວິ​ທະຍາ​ສາດ​ສັງຄົມ​ຫວຽດນາມ, ຖື​ວ່າ, ຫວຽດນາມ ​ແລະ ສ​ເກົາຫຼີ ມີ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​ກວ່າ​ອີກ.

​ເພື່ອ​ຊຸກຍູ້​ການ​ພົວພັນ​ຫວຽດນາມ - ​ສ​ເກົາຫຼີ ​ໃຫ້​ຂຶ້ນ​ສູ້​ລະດັບ​ສູງ​ໃໝ່, ຮອງ​ສາ​ສະ​ດາ​ຈານ, ດຣ, Wooseon Choi ​ເນັ້ນ​ໜັກ​ວ່າ, ການ​ເພີ່ມ​ທະວີ​ການ​ເຈລະຈາ​ຍຸດ​ທະ​ສາດ, ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ກ່ຽວ​ກັບ​ສະພາບ​ຍຸດ​ທະ​ສາດ ​ແລະ ບັນດາ​ຜົນ​ປະ​ໂຫຍ​ດລວມ ພວມ​ມີ​ການ​ປ່ຽນ​ແປງ​ໃນ​ຄວາມ​ມີ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ